ແຂວງຫຼວງພະບາງ ສອບເສັງຄັດເລືອກນັກຮຽນເກັ່ງ ສາຍສາມັນທົ່ວແຂວງ ສົກຮຽນ 2021-2022
ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຈັດການສອບເສັງຄັດເລືອກນັກຮຽນເກັ່ງ ສາຍສາມັນທົ່ວແຂວງ(ຊັ້ນ ມ.4 ແລະ ມ.7) ສົກຮຽນ 2021-2022 ໃນວັນທີ 31 ມີນາ 2022 ນີ້ ທີ່ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ຄະນະກຳມະການຍາມຫ້ອງສອບເສັງ, ຄູນຳພາ ແລະ ນ້ອງນັກສອບເສັງເຂົ້າຮ່ວມ 140 ກວ່າຄົນ.
ໃນພິທີ, ທ່ານ ນາງ ພອນພິຈິດ ສີສຸດາຈັນ ຮັກສາການຮອງຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງດຳເນີນການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ຕອນປາຍ ມ7 ຄັ້ງນີ້ເພື່ອເປັນການທົດສອບຄວາມຮັບຮູ້, ຄວາມເຂົ້າໃຈຂອງນັກຮຽນ, ສ້າງປະສົບການໃຫ້ແກ່ນັກຮຽນໃນເວທີການແຂ່ງຂັນການສອບເສັງໃນລະດັບແຂວງ ທັງເປັນການຄັດເລືອກໄດ້ນັກຮຽນເກັ່ງ ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພອນສະຫວັນໃນສາຍວິຊາທີ່ຕົນເອງມັກ ແລະ ເກັ່ງ ເພື່ອເປັນຕົວແທນຂອງແຂວງຫຼວງພະບາງໃນການເຂົ້າຮ່ວມການສອບເສັງຄັດເລືອກນັກຮຽນເກັ່ງລະດັບຊາດ ທີ່ຈະຈັດຂື້ນຢູ່ນະຄອນຫຼວງວຽງຈັນໃນທ້າຍເດືອນເມສານີ້, ພ້ອມກັນນັ້ນຍັງເປັນການສ້າງຂະບວນການແຂ່ງຂັນການຮຽນ-ການສອນຂອງຄູ-ນັກຮຽນ ທັງຮັບປະກັນຄຸນນະພາບດ້ານການສຶກສາ ແລະ ໃຫ້ບັນລຸຕາມ 3 ຫຼັກສະນະ 5 ຫຼັກມູນການສຶກສາທີ່ທາງກະຊວງສຶກສາທິການ ແລະ ກິລາວາງອອກໃຫ້ປະກົດຜົນເປັນຈິງ, ສຳລັບການດຳເນີນການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ຕອນປາຍ ມ7 ປະຈຳສົກຮຽນ 2021-2022 ນີ້ ມີນັກສອບເສັງມາຈາກພາກສ່ວນຕ່າງໆ ທັງໝົດ 148 ນ້ອງ ໃນນັ້ນມີນັກສອບເສັງ ຊັ້ນມັດທະຍົມສຶກສາ ມ.4 ຈຳນວນ 72 ນ້ອງ ແລະ ມ.7 ຈຳນວນ 76 ນ້ອງ, ໄດ້ແບ່ງເປັນ 4 ຫ້ອງຄື: ມ.4 ຈຳນວນ 2 ຫ້ອງ ແລະ ມ.7 ຈຳນວນ 2 ຫ້ອງ ສອບເສັງໃນ 4 ວິຊາຫຼັກຄືວິຊາ : ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ.
ໂອກາດັ່ງກ່າວ, ທ່ານ ປອ ນາງບົວລອຍ ອິດທິພອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ພ້ອມກັນຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆເຮັດໃຫ້ການສອບເສັງຄັ້ງນີ້ໄດ້ໄຂຂື້ນທັນຕາມເວລາທີ່ໄດ້ກຳນົດໄວ້, ພ້ອມດຽວກັນນີ້ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບໂດຍສະເພາະຄະນະກຳມະການຈົ່ງໄດ້ພ້ອມກັນປະຕິບັດໜ້າທີ່ຕາມການມອບໝາຍດ້ວຍຄວາມຮັບຜິດຊອບສູງ, ເຮັດຕາມພາລະບາດບາດ,ມີຄວາມຊື່ສັດບໍລິສຸດ, ບໍ່ລຳອຽງ ເຮັດໃຫ້ບັ້ນສອບເສັງຄັ້ງນີ້ມີຄວາມຍຸຕິທຳ, ໂປ່ງໃສ ພ້ອມທັງຮັບປະກັນໃຫ້ດ້ານຄຸນນະພາບ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ

