ກອງປະຊຸມ ການລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ

ໃນຕອນບ່າຍວັນທີ 20 ພຶດສະພາ 2022 ໄດ້ເປີດກອງປະຊຸມ ລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ ໂດຍທ່ານ ພູເຂົາກ້າ ສັກລໍຄຳ ອຳນວຍການສູນໄອຊີທີ ສູນກາງ ໃນກອງປະຊຸມໄດ້ສະເໜີຈຸດປະສົງ ຂອງການລົງຕິດຕາມ, ຊຸກຍູ້ ແລະຊ່ວຍເຫລືອໃນຄັ້ງນີ້ແມ່ນ ເພື່ອເກັບຂໍ້ມູນສະພາບໃນການພັດທະນາ ແລະ ນໍາໃຊ້ ICT ເຂົ້າໃນການສຶກສາ ແລະ ກິລາໃນຂັ້ນແຂວງ ໂດຍສະເພາະແມ່ນດ້ານວິຊາການ ເພື່ອຖອດຖອນບົດຮຽນ ແລະ ການວາງແຜນພັດທະນາໃນຕໍ່ໜ້າ, ໃຫ້ການແນະນໍາ, ຊຸກຍູ້ ແລະ ຊ່ວຍເຫຼືອທາງດ້ານວິຊາການໃນການປະຕິບັດວຽກງານຕົວຈິງໃຫ້ແກ່ວິຊາການ ICT ຂັ້ນແຂວງ, ປຶກສາຫາລື ແລະ ແລກປ່ຽນບົດຮຽນບັນຫາອື່ນໆທີ່ກ່ຽວຂ້ອງ ແລະ ຈໍາເປັນດ້ານ ICT ຕໍ່ວຽກງານສຶກສາ ແລະ ກິລາ. ຈາກນັ້ນ, ທ່ານ ຈັນທະລີ ອຸໄລສິດ ຮອງຜູ້ອຳນວຍການສູນໄອຊີທີ ພະແນກສຶກສາທິການແຂວງຫຼວງພະບາງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໄອຊີທີໃນໄລຍະຜ່ານມາ, ບັນຫາ ແລະ ສິ່ງທ້າທາຍ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ […]

ກອງປະຊຸມ ການລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ Read More »