ວຽກງານກິລາ

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໃນວັນທີ 30 ທັນວາ 2025 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງ ພາຍຫຼັງທີ່ທັບນັກກິລາຂອງແຂວງໄດ້ສຳເລັດການເຂົ້້າຮ່ວມແຂ່ງຂັນໃນລະຫວ່າງວັນທີ 14-19 ທັນວາ 2025 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະການນຳຂອງພະແນກ, ແຂກຖືກເຊີນ ຕະຫຼອດເຖິງຄະນະຄູຝຶກ ພ້ອມດ້ວຍນັກກິລາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV Read More »

ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ

ສກຂ ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ(ຮູບແບບອອນລາຍ) ເມື່ອວັນທີ່ 24 ມີນາ(03) 2022 ຜ່ານມາ ທີ່ພະແນກສືກສາທິການ ແລະ ກິລາແຂວງໄດ້ຈັດກອງປະຊຸມ ຝຶກອົບຮົມການເຜີຍແຜ່ກິລາມວນຊົນຄົນພິການ(ຮູບອອນລາຍ) ໂດຍການເປັນປະທານຂອງທ່ານ ສີທາດ ຈັນທະບູລີ ຮອງປະທານ-ເລຂາທິການ ຄະນະກຳມະການພາຣາປິກແຫ່ງຊາດລາວ, ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ໂທມີໂກະ ມາເອຈິມະ ປະທານ ອົງການຄົນພິການອາຊີເພື່ອການພັດທະນາ, ທ່ານ ເອຕະ ຢາຊີໂຣະ ທີ່ປຶກສາ ອົງການ ຄົນພິການອາຊີເພື່ອການພັດທະນາ, ມີຄະນະຊີ້ນຳກິລາມວນຊົນຂອງແຂວງ 6 ທ່ານ, ພ້ອມດ້ວຍນັກສຳມະນາກອນ ແລະ ຄະນະຮັບຜິດຊອບຈາກອົງການຄົນພິກການອາຊີເພື່ອການພັດທະນ ແລະ ນັກກິລາ ຄົນພິການປະເພດຕ່າງໆ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາ ແລະ ປະເມີນຄືນ ກ່ຽວກັບການຝຶກອົບຮົມຄູເຝຶກຊ່ວຍເຫຼືອ ແລະ ສ້າງກິດຈະກຳສ້າງຄວາມເບີກບານມ່ວນຊື່ນເພື່ອເປັນການພັດທະນາການຂອງຄົນພິການໃນການຫຼິ້ນກິລາແຕ່ລະປະເພດ,ຜ່ານການຝຶກອົບຮົມເຜີຍແຜ່ກິລາຄົນພິການຈາກອົງການຄົນພິການອາຊີເພື່ອການພັດທະນາ ທົ່ວປະເທດ ຢູ່ແຂວງຫຼວງພະບາງເປັນເຈົ້າພາບໃນການຈັດກິດຈະກຳ, ຈາກນັ້ນໄດ້ ຮັບຟັງການເຜີຍຈາກຊ່ຽວຊານຢີ່ປຸ່ນ ແລະ

ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ Read More »

ຮ່ວມຊົມຮ່ວມເຊຍໃຫ້ກຳລັງໃຈກັບທັບນັກກິລາແຂວງ

ຢ່າລືມຢ່າພາດ ເຮົາມີນັດກັນ ວັນທີ 3 ເມສາ 2022 ຮ່ວມຊົມຮ່ວມເຊຍໃຫ້ກຳລັງໃຈກັບ ທັບນັກກິລາ ແຂວງຫຼວງພະບາງ ພວກເຮົາໃນການລົງສະໜາມນັດທີ2 (ສະໂມສອນຫຼວງພະບາງ vs ສະໂມສອນວຽງຈັນ ) ເວລາ 16:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ16 ຫຼື ຕິດຕາມຊົມການຖ່າຍທອດສົດທີ່ສວນລາດແລງ ແຂວງຫຼວງພະບາງ ເລີ່ມແຕ່ເວລາ 15:30 ໂມງ ເປັນຕົ້ນໄປ  

ຮ່ວມຊົມຮ່ວມເຊຍໃຫ້ກຳລັງໃຈກັບທັບນັກກິລາແຂວງ Read More »

Translate »
Scroll to Top