ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ

ສກຂ ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ(ຮູບແບບອອນລາຍ) ເມື່ອວັນທີ່ 24 ມີນາ(03) 2022 ຜ່ານມາ ທີ່ພະແນກສືກສາທິການ ແລະ ກິລາແຂວງໄດ້ຈັດກອງປະຊຸມ ຝຶກອົບຮົມການເຜີຍແຜ່ກິລາມວນຊົນຄົນພິການ(ຮູບອອນລາຍ) ໂດຍການເປັນປະທານຂອງທ່ານ ສີທາດ ຈັນທະບູລີ ຮອງປະທານ-ເລຂາທິການ ຄະນະກຳມະການພາຣາປິກແຫ່ງຊາດລາວ, ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ໂທມີໂກະ ມາເອຈິມະ ປະທານ ອົງການຄົນພິການອາຊີເພື່ອການພັດທະນາ, ທ່ານ ເອຕະ ຢາຊີໂຣະ ທີ່ປຶກສາ ອົງການ ຄົນພິການອາຊີເພື່ອການພັດທະນາ, ມີຄະນະຊີ້ນຳກິລາມວນຊົນຂອງແຂວງ 6 ທ່ານ, ພ້ອມດ້ວຍນັກສຳມະນາກອນ ແລະ ຄະນະຮັບຜິດຊອບຈາກອົງການຄົນພິກການອາຊີເພື່ອການພັດທະນ ແລະ ນັກກິລາ ຄົນພິການປະເພດຕ່າງໆ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາ ແລະ ປະເມີນຄືນ ກ່ຽວກັບການຝຶກອົບຮົມຄູເຝຶກຊ່ວຍເຫຼືອ ແລະ ສ້າງກິດຈະກຳສ້າງຄວາມເບີກບານມ່ວນຊື່ນເພື່ອເປັນການພັດທະນາການຂອງຄົນພິການໃນການຫຼິ້ນກິລາແຕ່ລະປະເພດ,ຜ່ານການຝຶກອົບຮົມເຜີຍແຜ່ກິລາຄົນພິການຈາກອົງການຄົນພິການອາຊີເພື່ອການພັດທະນາ ທົ່ວປະເທດ ຢູ່ແຂວງຫຼວງພະບາງເປັນເຈົ້າພາບໃນການຈັດກິດຈະກຳ, ຈາກນັ້ນໄດ້ ຮັບຟັງການເຜີຍຈາກຊ່ຽວຊານຢີ່ປຸ່ນ ແລະ […]

ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ Read More »