ວັນທີ່ 16 ພຶດສະພາ 2022 ນີ້ ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ໄດ້ມີພິທີເຊັນບົດບັນທຶກ ຂໍ້ຕົກລົງ ການສ້າງຕາໜ່າງເຄືອຂ່າຍ ປົກປ້ອງເດັກ ຢູ່ແຂວງຫຼວງພະບາງ, ມີ ທ່ານ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພອນໄຊ ອິນທະລືໃຊ ຫົວໜ້າສະມາຄົມສົ່ງເສີມທັກສະຊີວິດເດັກນ້ອຍ ແລະ ໄວໜຸ່ມ(ສສດວ), ມີຕາງໜ້າຫ້ອງການສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະຄູສອນ 10 ໂຮງຮຽນເປົ້າໝາຍເຂົ້າຮ່ວມ. ທ່ານ ພອນໄຊ ອິນທະລືໃຊ ມີຄຳເຫັນວ່າ: ຈຸດປະສົງຂອງໂຄງການແມ່ນ ເພື່ອສ້າງຕາໜ່າງເຄື່ອຂ່າຍປົກປ້ອງເດັກ ໂດຍການເຜີຍແຜ່ຂໍ້ມູນ, ການນຳໃຊ້ຄູມືແນວທາງແຫ່ງຊາດກ່ຽວກັບ ການພັດທະນາທັກສະຊີວິດເດັກ ແລະໄວໜຸ່ມຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມຍິງ ແລະເດັກນ້ອຍ, ໃຫ້ແກ່ກຸ່ມເປົ້າໝາຍໃນທ້ອງຖິ່ນ, ໂຮງຮຽນມັດທະຍົມ, ເພື່ອເປັນການເພີ່ມຄວາມຮູ້ກ່ຽວກັບ ການປົກປ້ອງເດັກໃຫ້ບັນດາຄູ່ຮ່ວມງານ, ສະໜັບສະໜູນເດັກນ້ອຍ ແລະຊາວໜຸ່ມ, ເພີ່ມຄວາມຮູ້ໃຫ້ແກ່ຄະນະສຶກສາທິການ ແລະກິລາເມືອງ, ອົງການປົກຄອງບ້ານ ແລະຄູ ໃນໂຮງຮຽນ ໃຫ້ສາມາດເຜີຍແຜ່ຂໍ້ມູນທີ່ຖືກຕ້ອງໃຫ້ແກ່ນັກຮຽນ ແລະໂຮງຮຽນໃຫ້ຫຼາຍຂຶ້ນ, ທັງເປັນການພັດທະນາທັກສະ ແລະຄວາມພ້ອມ ໃນການຈ້າງງານໂດຍຜ່ານການມີສ່ວນຮ່ວມຂອງໂຮງຮຽນ ແລະຊຸມຊົນໃຫ້ໄດ້ຮັບຂໍ້ມູນການປົກປ້ອງເດັກທີ່ຖືກຕ້ອງ ແລະມີຄວາມເຂົ້າໃຈ ສາມາດປົກປ້ອງຕົນເອງ ແລະເຜີຍແຜ່ໃຫ້ຜູ້ອື່ນໄດ້.

ໂອກາດນີ້ ທ່ານ ນາງ ບົວລອຍ ອິດທິພອນ ໄດ້ມີຄຳເຫັນຮຽກຮ້ອງໃຫ້ຄະນະຮັບຜິດຊອບແຕ່ລະໂຮງຮຽນ ພ້ອມກັນປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານແຕ່ລະດ້ານມີຜົນສຳເລັດ ຮັບປະກັນໃຫ້ເກີດຜົນປະໂຫຍດກັບເດັກພາຍໃນໂຮງຮຽນ.
“ໂຄງການ ສ້າງຕາໜ່າງເຄືອຂ່າຍປົກປ້ອງເດັກ” ໄດ້ຮັບການສະໜັບສະໜູນໂດຍ ສະມາຄົມສົ່ງເສີມທັກສະຊີວິດເດັກນ້ອຍ ແລະໄວໜຸ່ມ ສຳລັບແຂວງຫຼວງພະບາງມີ 10 ໂຮງຮຽນ ທີ່ເຂົ້າຮ່ວມໂຄງການ ໃນນັ້ນ ນະຄອນ ຫຼວງພະບາງ ມີໂຮງຮຽນ ມສ ເດັກກຳພ້າ, ມສ ປ່ອງຄຳ, ມປ ພັນຫຼວງ, ມຕ ນາຫຼວງ, ມສ ປາກເຊືອງ, ມສ ເມືອງຂາຍ, ເມືອງຊຽງເງິນ ມີໂຮງຮຽນ ມສ ຊຽງເງິນ, ເມືອງປາກອູ ມີ ໂຮງຮຽນ ມສ ປາກອູ ແລະເມືອງຈອມເພັດມີ ໂຮງຮຽນ ມສ ຈອມເພັດ. ສຳລັບການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ແມ່ນໄດ້ປະຕິບັດມາແລ້ວໄລຍະໜື່ງ ແລະຈະສືບຕໍ່ປະຕິບັດໄລຍະທີ່ 1 ໃຫ້ສີ້ນສຸດໃນທ້າຍເດືອນທັນວາປີນີ້.

