ສູນໄອຊີທີ ພະແນກສຶກສາທິການແລະກິລາແຂວງຫຼວງພະບາງໄດ້ສ້າງຂະບວນການປູກຕົ້ນໄມ້ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 42ປີ(01/06/1980-01/06/2022) ເມື່ອວັນທີ 1 ມິຖຸນາ 2022 ໂດຍການເຂົ້າຮ່ວມຂອງທ່ານ ປທ ຈັນທະລີ ອຸໄລສິດ ຄະນະປະຈຳຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພະນັກງານ,ຄູ-ອາຈານ, ສະມາຊິກຊາວໜຸ່ມ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ

