ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ເຊັນບົດບັນທຶກ

ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ສາຂາ ຫຼວງພະບາງ (ຢູນີເທວ) ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຮອບດ້ານ ຫັນເປັນດີຈິຕ໋ອນ ກ່ຽວກັບການບໍລິຫານ ລັດແບບເອເລັກໂຕນິກ ແລະ ເຊັນບົດບັນທຶກການນຳໃຊ້ລະບົບບໍລິຫານຄຸ້ມຄອງໂຮງຮຽນ (Laos Edu). ພິທີດັ່ງກ່າວ ໄດ້ມີຂື້ນໃນຕອນບ່າຍຂອງວັນທີ 6 ພຶດສະພາ 2022 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ວົງເພັດ ອຸດົມລິດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ແລະ ໃຫ້ການລົງນາມເຊັນບົດບັນທຶກ ໂດຍ ທ່ານ ປອ ວົງເພັດ ອຸດົມລິດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ດາວ ກວາງ ງອກ ອຳນວຍການ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ສາຂາ ຫຼວງພະບາງ (ຢູນີເທວ) ແລະ ມີຄະນະນຳ ຂອງສອງພາກສ່ວນ, ເຂົ້າຮ່ວມເປັນສັກຄີພິຍານ.
ຈຸດປະສົງຂອງການເຊັນບົດບັນທຶກ (MOU) ສະບັບນີ້ ກໍ່ເພຶ່ອສຶກສາຄວາມເປັນໄປໄດ້ກ່ຽວກັບໂຄງການຮ່ວມມືໃນບັນດາກິດຈະກໍາ ໂດຍສະເພາະການຄົ້ນຄວ້າ – ພັດທະນາ ລະບົບເຕັກໂນໂລຢີ ຂໍ້ມູນຂ່າວສານ (IT Solution) ເພື່ອການຄຸ້ມຄອງ, ບໍລິຫານ ແລະ ບໍລິການຂອງອົງກອນ ເພື່ອຍົກປະສິດທິພາບ ຂອງການປະຕິບັດວຽກງານ ໃຫ້ແກ່ອົງກອນ, ຄົ້ນຄວ້າ – ພັດທະນາ ລະບົບຖານ “Platform”, ລະບົບຊອບແວຣ/ໂປຣແກຣມ, ແອັບພິເຄຊັນ “Application” ໂດຍນໍາໃຊ້ ສູນຂໍ້ມູນ “Data Center” ຂອງ ບໍລິສັດ ສະຕາ ໂທລະຄົມ, ການຮ່ວມມືໃນການຄົ້ນຄວ້າ ເພື່ອຈັດຕັ້ງຜັນຂະຫຍາຍລະບົບສູນກາງ ຄຸ້ມຄອງໂຮງຮຽນອັດສະລີຍະ (Smart School) ກອ້ງວົງຈອນປິດ (Camara online), ລະບົບຄຸ້ມຄອງ ແລະ ຕິດຕາມຍານພາຫະນະ, ຜັນຂະຫຍາຍບັນດາລະບົບເພື່ອຫັນເປັນ ລັດຖະບານເອເລັກໂຕຣນີກ ເຊັ່ນ ລະບົບຄຸ້ມຄອງຫ້ອງການເອເລັກໂຕນີກ (U-Office), ລະບົບປະຊຸມທາງໄກ (VDO Conference). ກະເປົາເງິນເອເລັກໂຕນິກ (U-money),ຜັນຂະຫຍາຍບັນດາລະບົບຕ່າງໆໃຫ້ແກ່ ວຽກງານການສືກສາ, ລະບົບຄຸ້ມຄອງໂຮງຮຽນ, ປື້ມຕິດຕາມອີເລັກໂຕນິກ, Sms edu ແລະ ຕິດຕາມນັກຮຽນ ນອກນີ້ ຍັງເປັນການຮ່ວມມືຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາລະບົບເຕັກໂນໂລຢີຂໍ້ມູນຂ່າວສານໃຫ້ແກ່ໂຮງຮຽນ,ສຶກສາ ແລະ ຂຽນບົດວິພາກເສດຖະກິດ ແລະ ບົດລາຍງານດ້ານເຕັກນິກ, ສຶກສາ ຂອບເຂດການຮ່ວມມືອື່ນ ທີ່ມີຄວາມຈໍຳເປັນ, ເປັນປະໂຫຍດແກ່ສັງຄົມ ແລະ ມີຄວາມເປັນໄປໄດ້ທາງດ້ານເສດຖະກິດ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານການເຫັນດີຂອງສອງຝ່າຍ, ລະບົບບໍລິຫານຄຸ້ມຄອງໂຮງຮຽນ (Laos Edu) ຂໍ້ມູນຂອງໂຮງຮຽນ, ສະຖາບັນການສຶກສາ, ການຕັ້ງຄ່າໂຮງຮຽນ, ການຕັ້ງຄ່າປີຮຽນ, ຄຸ້ມຄອງຄູອາຈານ, ຄຸ້ມຄອງນັກຮຽນ ແລະ ນັກສຶກສາ, ການຄຸ້ມຄອງຫ້ອງຮຽນ, ການຈັດການວິຊາຮຽນ ແລະ ຕາຕະລາງການສອນ, ຈັດການຕາຕະລາງຄະແນນ, ການມອບໝາຍການສອນ, ການຄຸ້ມຄອງການຕິດຕໍ່ແບບອັດຕະໂນມັດ ໃຫ້ຜູ້ປົກຄອງຮັບຊາບໂດຍຜ່ານທາງ ຂໍ້ຄວາມ ເຊິ່ງເຮັດໃຫ້ພໍ່ແມ່ຜູ້ປົກຄອງຮັບຮູ້ໄດ້ການເຄື່ອໄຫວ ຜົນການຮໍ່າຮຽນຂອງລູກຫຼານຕົນເອງແບບທັນສະໄໝ

Translate »
Scroll to Top