ສູນ ກສນ

ຫົວໜ້າຂະແໜງ

  • ໜ້າທີ່ຮັບຜິດຊອບ : ແຜນການຝຶກອົບຮົມ ແລະ ຍົກລະດັບ
  • ນຳພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ.
  • ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງຕົນ.
  • ສັງລວມແຜນຄວາມຕ້ອງການຝຶກອົບຮົມຄູຈາກເມືອງ ແລະ ພາກສ່ວນຕ່າງໆ.
  • ຄົ້ນຄວ້າ ແລະ ນຳສະເໜີແຜນການຝຶກອົບຮົມ, ຍົກລະດັບ ແລະ ພັດທະນາຄູແຕ່ລະປະເພດ.
  • ຊີ້ນຳສູນບຳລຸງຄູຂອງແຂວງໃນການຝຶກອົບຮົມຄ ູແລະ ປັບປຸງຫຼັກສູດການຝຶກອົບຮົມຄູ.
  • ປະເມີນຜົນການປະຕິບັດໜ້າທີ່ ແລະ ການປະພຶດຂອງພະນັກງານພາຍໃນຂະແໜງ.
  • ພົວພັນ,  ປະສານງານກັບທຸກຂະແໜງພາຍໃນພະແນກ,  ຫ້ອງການສຶກສາເມືອງ ແລະ ໂຮງຮຽນຕ່າງໆ    

 ທີ່ຂຶ້ນກັບພະແນກກ່ຽວກັບວຽກງານຝຶກອົບຮົມ, ຍົກລະດັບ ແລະ ພັດທະນາຄູ.

  • ກວດກາ, ຕິດຕາມ,ປະເມີນຜົນ ແລະ ສະຫຼຸບລາຍງານ ການປະຕິບັດໜ້າທີ່ວຽກງານຕ່າງໆ ເປັນປົກກະຕິ.
  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ
  • ຊີ້ນຳວຽກງານການຝຶກອົບຮົມ, ຍົກລະດັບ ແລະ ພັດທະນາຄູ.
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ.
  • ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ.

ຮອງຫົວໜ້າຂະແໜງ

  • ໜ້າທີ່ຮັບຜິດຊອບ ພັດທະນາຄູ
  • ຊ່ວຍຫົວໜ້າຂະແໜງໃນການນຳພາວຽກງານຮອບດ້ານຂອງຂະແໜງ.
  • ຊ່ວຍຫົວໜ້າຂະແໜງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການບຳລຸງຄູຂອງພະແນກ.
  • ຄັດເລືອກຄູແຕ່ລະປະເພດເຂົ້າຝຶກອົບຮົມຢູ່ສູນບຳລຸງຄູຂອງແຂວງ ແລະ ວິທະຍາໄລຄູ.
  • ວາງແຜນ ແລະ ຈັດຕັ້ງຄູຝຶກລົງຕິດຕາມ ແລະ ເກັບກຳສະພາບການສິດສອນຂອງຄູບຳລຸງຢູ່ໂຮງຮຽນແຫ່ງຕ່າງໆ.
  • ຕິດຕາມ ແລະ ປະເມີນຜົນການສິດສອນ ແລະ ການຝຶກອົບຮົມຂອງຄູຝຶກ.
  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານວຽກຕ່າງໆ ທີ່ຮັບຜິດຊອບເປັນປົກກະຕິ.
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ
  • ຊີ້ນຳວຽກງານພັດທະນາຄູ.
  • ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກຳນົດໄວ້ຕຳແໜ່ງງານ.
  • ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.

ວິຊາການ

  • ໜ້າທີ່ຮັບຜິດຊອບ: ວຽກງານຝຶກອົບຮົມ
  • ອອກແບບຟອມເກັບກຳຂໍ້ມູນ ກ່ຽວກັບຄວາມຕ້ອງການໃນການບຳລຸງ,  ຍົກລະດັບຄູ ດ້ານຕ່າງໆ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
  • ຈັດຕັ້ງເກັບກຳ ແລະ ສັງລວມຂໍ້ມູນ ກ່ຽວກັບການບຳລຸງ,  ຍົກລະດັບຄູ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
  • ສ້າງແຜນການຝຶກອົບຮົມ ແລະ ຂຶ້ນງົບປະມານ ໃນການປະຕິບັດວຽກງານການບຳລຸງ,  ຍົກລະດັບຄູ.
  • ປະສານສົມທົບ,  ຮ່ວມມືກັບພາກສ່ວນ ແລະ ອົງການຕ່າງໆ ເພື່ອການສະໜັບສະໜູນວຽກງານການບຳລຸງ,  ຍົກລະດັບຄູ.
  • ຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ແກ່ການບຳລຸງ, ຍົກລະດັບຄູ.
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ.
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ
  • ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.
Translate »
Scroll to Top