ສູນໄອຊີທີ

ໜ້າທີ່ ແລະ ຂອບເຂດສິດ

  1. ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ, ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງແຜນພັດທະນາໄອຊີທີ ສຳລັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາຂອງແຂວງ;
  2. ສ້າງ ແລະ ປັບປຸງນິຕິກຳ, ລະບຽບການ ແລະ ມາດຕະຖານຕ່າງໆ ໃນການຄຸ້ມຄອງ ໄອຊີທີ ສຳລັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາພາຍໃນແຂວງ;
  3. ສ້າງຄວາມເຂັ້ມແຂວງທາງດ້ານ ໄອຊີທີ ໃຫ້ແກ່ຄູ ແລະ ບຸກຄະລາກອນໃນຂະແໜງການສຶກສາທິການ ແລະ ກິລາ ໃນຂັ້ນຂອງຕົນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕາມການແບ່ງຂັ້ນຄຸ້ມຄອງ;
  4. ພັດທະນາ, ຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມ ການນຳໃຊ້ໄອຊີທີ ສຳລັບການຄຸ້ມຄອງບໍລິຫານການຮຽນ-ການສອນ ແລະ ການຄົ້ນຄວ້າວິໄຊ ຂອງຂະແໜງການສຶກສາທິການ ແລະ ກິລາພາຍໃນແຂວງ;
  5. ໃຫ້ບໍລິການດ້ານວິຊາການ ໄອຊີທີ ສຳລັບວຽກການສຶກສາ, ວິທະຍາສາດ ແລະ ກິລາ ແກ່ບັນດາສະຖານການສຶກສາ ແລະ ໜ່ວຍງານອື່ນທັງພາກລັດ ແລະ ເອກະຊົນ;
  6. ຊີ້ນຳ ແລະ ປະສານງານທາງດ້ານວິຊາການໄອຊີທີ ຂອງບັນດາເມືອງ ແລະ ສະຖານການສຶກສາແຫ່ງຕ່າງໆພາຍໃນແຂວງ;
  7. ເປັນກອງເລຂາຊ່ວຍວຽກຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ໃນຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ;
  8. ພົວພັນ ແລະ ປະສານງານກັບບັນດາຂະແໜງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ, ສະຖານການສຶກສາ ແລະ ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ຕາມການມອບໝາຍຂອງຂັ້ນເທິງ;
  9. ກວດກາ, ຕິດຕາມ, ປະເມິນຜົນ ແລະ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານຂອງຕົນໃນແຕ່ລະໄລຍະ;
  10. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ;

ຂອບເຂດສິດ

  1. ສະເໜີແຜນການ ແລະ ແຜນງົບປະມານ ເພື່ອພັດທະນາວຽກງານທີ່ຕົນຮັບຜິດຊອບຕໍ່ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ;
  2. ສະເໜີພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ພິຈາລະນາ ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກຳຄຸ້ມຄອງການສຶກສາ ແລະ ກິລາທີ່ບໍ່ສອດຄ່ອງ;
  3. ສະເໜີພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ພິຈາລະນາ, ອະນຸມັດ, ສ້າງຕັ້ງໂຮມ ຫຼື ຍົກເລີກໜ່ວຍງານຕ່າງໆ ທີ່ຂື້ນກັບການຄຸ້ມຄອງຂອງສູນ;
  4. ສະເໜີພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ພິຈາລະນາ ການບັນຈຸ, ຊັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ແລະ ປົດຕຳແໜ່ງພະນັກງານ-ລັດຖະກອນ ພາຍໃນສູນ ຕາມກົດໝາຍ ແລະ ລະບຽບການ;
  5. ສະເໜີການຍ້ອງຍໍ, ປະຕິບັດນະໂຍບາຍຕ່າງໆ ຕໍ່ຜູ້ມີຜົນງານ ແລະ ປະຕິບັດວິໄນ ພະນັກງານລັດຖະກອນພາຍໃນສູນ ຕາມກົດໝາຍ ແລະ ລະບຽບການ;
  6. ຄຸ້ມຄອງ ແລະ ນຳໃຊ້ ງົບປະມານ, ວັດຖຸ, ຊັບສິນ, ກອງທຶນ ແລະ ທຶນຊ່ວຍເຫຼືອ ປະເພດຕ່າງໆຕາມການອະນຸມັດຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ;
  7. ຮຽກໂຮມປະຊຸມ, ປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານ ໄອຊີທີ ສຳລັບການສຶກສາ ແລະ ກິລາ ຕາມພາລະບົດບາດຂອງຕົນ;
  8. ປະຕິບັດໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ຕາມການອະນຸມັດຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ;
  9. ສະເໜີພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ, ປົກປ້ອງ, ຄຸ້ມຄອງ, ບຸກຄະລາກອນ, ຊັບສິນ, ລິຂະສິດທາງດ້ານການສຶກສາ ແລະ ກິລາ;
  10. ປະຕິບັດສິດອື່ນ ຕາມການມອບໝາຍຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ;

 

 

 

ທ່ານ ປທ ຈັນທະລີ ອຸໄລສິດ
ຜູ້ອຳນວຍການສູນໄອຊີທີ
ທ່ານ ປທ ວິລະເດດ ໂພທິມາດ
ຮອງຜູ້ອຳນວຍການສູນໄອຊີທີ
ທ່ານ ນາງ ແສງດາວ ພູສະຫວ່າງ
ວິຊາການ
ທ່ານ ນາງ ເພັດມະນີ ຫຼວງພັກດີ
ວິຊາການ
ທ່ານ ນາງ ເພັດອຸລາ ວິລະວົງສາ
ວິຊາການ
ທ່ານ ນາງ ວັນສີ ພຸດທະວົງ
ວິຊາການ
ທ່ານ ນາງ ສອນລາວັນ ຈັນມານິດ
ວິຊາການ
ທ່ານ ນາງ ຕາວັນ ສີເມືອງ
ຄູສອນຊີວະສາດ
ທ່ານ ບຸນຖະໜອມ ໄຊຍະໂຄສາ
ຄູສອນຟີຊິກສາດ
ທ່ານ ລັດດາວົງ ວັນນະບຸບຜາ
ຄູສອນເຄມີສາດ
ທ່ານ ວັນນະໄລສຸກ ຄອນນິພາພັນ
ຄູສອນພາສາອັງກິດ
Translate »
Scroll to Top