ຂ່າວສານທັງໝົດ

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໃນວັນທີ 30 ທັນວາ 2025 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງ ພາຍຫຼັງທີ່ທັບນັກກິລາຂອງແຂວງໄດ້ສຳເລັດການເຂົ້້າຮ່ວມແຂ່ງຂັນໃນລະຫວ່າງວັນທີ 14-19 ທັນວາ 2025 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະການນຳຂອງພະແນກ, ແຂກຖືກເຊີນ ຕະຫຼອດເຖິງຄະນະຄູຝຶກ ພ້ອມດ້ວຍນັກກິລາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV Read More »

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມທັງຢັ້ງຢືນຍ້ອງຍໍ ຊາວໜຸ່ມ 4 ບຸກ ໃນວັນທີ 31 ທັນວາ 2025 ນີ້, ທີ່ ພະແນກດັ່ງກ່າວ ໂດຍເປັນປະທານຂອງ ສະຫາຍ ປອ ສຸລິເດດ ກຳມະການພັກແຂວງ ເລຂາຄະນະພັກຮັກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ຈັນທະລີ ອຸໄລສິດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມພອນ ດີລີວົງ ປະທານກຳມະບານຮາກຖານພະແນກ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ Read More »

ຄະນະນຳ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໃນຄັ້ງວັນທີ 17 ມັງກອນ 2026.

ໃນຕອນເຊົ້າວັນທີ 17 ມັງກອນ 2026 ທີ່ຜ່ານມາ ທີ່ມະຫາວິທະຍາໄລ ສຸພານຸວົງ ໄດ້ຕ້ອນຮັບການນໍາຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ ນໍາພາໂດຍ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ,ຄະນະພັກ-ຄະນະນໍາມະຫາວິທະຍາໄລ ສຸພານຸວົງ ແລະ ພະແນກສຶກສາ ແລະ ກິລາ ແຂວງຫຼວງພະບາງ, ກໍ່ໄດ້ຮ່ວມກັນວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີປະທານສຸພານຸວົງ ເພື່ອສະແດງຄວາມຈົງຮັກພັກດີ, ຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ,ເພື່ອປະຊາຊົນບັນດາເຜົ່າ ຕະຫຼອດໄລຍະພາລະກິດຕໍ່ສູ້ກູ້ຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດ.

ຄະນະນຳ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໃນຄັ້ງວັນທີ 17 ມັງກອນ 2026. Read More »

ສກຂ ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ ພ້ອມປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງ.

ພະແນກສຶກສາທິການ ແລະ ກິລາແຂວງ ຫລວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ເຜີຍແຜ່ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແກ້ໄຂອາດຍາກໍາທາງດ້ານອິນເຕີເນັດ ການພະນັນອອນລາຍ ພ້ອມທັງປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງການ ໃນວັນທີ 22 ມັງການ 2026 ນີ້ ທີ່ພະແນກດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ/ສູນ, ຜູ້ອໍານວຍການໂຮງຮຽນ, ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ສກຂ ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ ພ້ອມປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງ. Read More »

ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ໃໝ່

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ (ສກຂ) ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ຜູ້ໃໝ່ ໃນວັນທີ 6 ມັງກອນ2025 ທີ່ພະແນກສຶກສາທິການ ແລະ ກິລາແຂວງ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງແຕ່ງຕັ້ງຂອງ ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານ ຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ, ແຂກຖືກເຊີນ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ. ໃນພິທີ, ທ່ານ ເຊັບ ບຸນທັນ ຫົວໜ້າຂະແໜງຈັດຕັ້ງພະນັກງານພະແນກສຶກສາທິການ ແລະ ກິລາແຂວງໄດ້ຜ່ານຂໍໍ້ຕົກລົງຂອງທ່ານຫົວໜ້ພະແນກສຶກສາທິການ ແລະ ກິລາ ແຂວງວ່າດ້ວຍການຍົກຍ້າຍ,ສັບຊ້ອນບ່ອນປະຈໍາການຂອງພະນັກງານພາຍໃນພະແນກ ສຶກສາທິການ ແລະ

ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ໃໝ່ Read More »

6 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ສກຂ ຫຼວງພະບາງ ຖືກຢັ້ງຢືນ-ຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

6 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດພິທີ ສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເມື່ອວັນທີ 24 ທັນວາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີສະຫາຍ ຮອງເລຂາໜ່ວຍພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງ, ສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະຫາຍ ຫົວໜ້າ-ຮອງຫົວໜ້າຂະແໜງ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນພັກຮາກຖານພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ມີນາ ຈັນມະນີ ເລຂາໜ່ວຍພັກຫ້ອງການພະແນກສຶກສາທິການ ແລະ ກິລາແຂວງ ຕາງໜ້າ 6 ໜ່ວຍພັກ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການ

6 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ສກຂ ຫຼວງພະບາງ ຖືກຢັ້ງຢືນ-ຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ Read More »

ສກຂ ຫຼວງພະບາງ ແລະ ມະຫາວິທະຍາໄລພູເອີແຂວງຢຸນນານ ສປ ຈີນ ຫາລືຮ່ວມກັນດ້ານວຽກງານການຮັບເອົານັກຮຽນຂອງແຂວງຫຼວງພະບາງໄປສຶກສາຕໍ່ທີ່ມະຫາວິທະຍາໄລພູເອີແຂວງຢູນນານ ສປ ຈີນ.

ສກຂ ຫຼວງພະບາງ ແລະ ມະຫາວິທະຍາໄລພູເອີແຂວງຢຸນນານ ສປ ຈີນ ຫາລືຮ່ວມກັນດ້ານວຽກງານການຮັບເອົານັກຮຽນຂອງແຂວງຫຼວງພະບາງໄປສຶກສາຕໍ່ທີ່ມະຫາວິທະຍາໄລພູເອີແຂວງຢູນນານ ສປ ຈີນ. ພະແນກສຶກສາທິການ ແລະ ກິລາແຂວງ(ສກຂ)ຫຼວງພະບາງ ແລະ ມະຫາວິທະຍາໄລພູເອີແຂວງຢຸນນານ ສປ ຈີນ ໄດ້ປຶກຫາລືຮ່ວມກັນດ້ານວຽກງານການຮັບເອົານັກຮຽນຂອງແຂວງຫຼວງພະບາງໄປສຶກສາຕໍ່ທີ່ມະຫາວິທະຍາໄລພູເອີແຂວງຢູນນານ ສປ ຈີນ ເມື່ອວັນທີ 22 ເມສາ 2025 ຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການເຂົ້າຢ້ຽມຢາມ-ພົບປະຂອງທ່ານ ແຈງຢອງ ຮອງອະທິການບໍດີມະຫາວິທະຍາໄລພູເອີ ແຂວງຢູນນານ ແຫ່ງ ປສ ຈີນ ແລະ ກ່າວຕ້ອນຮັບຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ. ການຮ່ວມມືດ້ານການກໍ່ສ້າງຊັບພະຍາກອນມະນຸດ ລະຫວ່າງ ແຂວງຫຼວງພະບາງ ກັບ ມະຫາວິທະຍາໄລຟູ ເອີ, ແຂວງຢຸນນານ ໄດ້ແບ່ງອອກເປັນ 3 ໄລຍະລະຄື:

ສກຂ ຫຼວງພະບາງ ແລະ ມະຫາວິທະຍາໄລພູເອີແຂວງຢຸນນານ ສປ ຈີນ ຫາລືຮ່ວມກັນດ້ານວຽກງານການຮັບເອົານັກຮຽນຂອງແຂວງຫຼວງພະບາງໄປສຶກສາຕໍ່ທີ່ມະຫາວິທະຍາໄລພູເອີແຂວງຢູນນານ ສປ ຈີນ. Read More »

ສກຂ ຫຼວງພະບາງ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່.

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່ ເມື່ອວັນທີ 10 ເມສາ 2025 ຜ່ານມານີ້, ທີ່ພະແນກສຶກສາທິການ ແລະ ກິລາ ແຂວງ, ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວມອບຂໍ້ຕົກລົງແຕ່ງຕັ້ງຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ມີທ່ານ ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຄະອຳນວຍການໂຮງຮຽນ, ພະນັກງານພາຍໃນພະແນກພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນພິທີ, ທ່ານ ປອ ຄຳຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງພະບາງ ສະບັບເລກທີ 471/ຈຂ.ຫຼບ, ລົງວັນທີ 4 ເມສາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ທະລາກອນ ບໍລະວົງ ອາດິດເຈົ້າເມືອງວຽງຄຳ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຂໍ້ຕົກລົງ ສະບັບເລກທີ 472/ຈຂ.ຫຼບ, ລົງວັນທີ

ສກຂ ຫຼວງພະບາງ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່. Read More »

ຫຼວງພະບາງ ສ້າງຂີດຄວາມສາມາດໃຫ້ແກ່ຄູເຝິກປະຈຳແຂວງນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ສຳລັບຊັ້ນປະຖົມສຶກສາ ຂັ້ນ ປ.4

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດກອງປະຊຸມເຝິກອົບຮົມການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ສຳລັບຊັ້ນປະຖົມສຶກສາ ຂັ້ນ ປ.4 ໃຫ້ແກ່ຄູເຝິກປະຈຳແຂວງ ໃນວັນທີ 6 ມິຖຸນາ 2022 ນີ້ ທີ່ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ປ.ອ ອານຸສິດ ມະໂນສານ ຄະນະອຳນວຍການໂຮງຮຽນວິທະຍາໄລຄູຫຼວງພະບາງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄູເຝິກຫຼັກແຫຼ່ງຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ຄູເຝິກຫຼັກແຫຼ່ງປະຈຳແຂວງ, ຕາງໜ້າຈາກອົງການມູນນິທິສໍແຫ່ງຄວາມຫວັງ ແລະ ຄູເຝິກຂັ້ນເມືອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ປ.ອ ອານຸສິດ ມະໂນສານ ຄະນະອຳນວຍການໂຮງຮຽນວິທະຍາໄລຄູຫຼວງພະບາງ ໄດ້ກ່າວວ່າ: ການຈັດເຝິກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ຄູເຝິກຫຼັກແຫຼ່ງປະຈຳແຂວງຫຼວງພະບາງກ່ຽວກັບການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ສຳລັບຊັ້ນປະຖົມສຶກສາຂັ້ນ ປ.4 ຄັ້ງນີ້ມີຄວາມສຳຄັນຫຼາຍຕໍ່ກັບການສຶກສາຂັ້ນພື້ນຖານ ເຊີ່ງໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນຕ້ອງໄດ້ເພີ່ມຄວາມຮັບຜິດຊອບຮ່ວມກັນ ຫັນເອົາການສຶກສາໃຫ້ມີຄຸນນະພາບໂດຍເລີ່ມຈາກຂັ້ນພື້ນຖານຂື້ນໄປ ແລະ ສິ່ງສຳຄັນສຳລັບການເຝິກອົບຮົມຄັ້ງນີ້ແມ່ນເພື່ອແນ່ໃສ່ການວິເຄາະ-ວິໄຈຕໍ່ກັບການປັບປຸງເນື້ອໃນຫຼັກສູດເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບການນຳໄປຈັດຕັ້ງປະຕິບັດໃນຂັ້ນທ້ອງຖິ່ນໃຫ້ມີຄຸນນະພາບດີຂື້ນກວ່າເກົ່າ. ໂອກາດດັ່ງກ່າວ, ທ່ານ

ຫຼວງພະບາງ ສ້າງຂີດຄວາມສາມາດໃຫ້ແກ່ຄູເຝິກປະຈຳແຂວງນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ສຳລັບຊັ້ນປະຖົມສຶກສາ ຂັ້ນ ປ.4 Read More »

ສູນໄອຊີທີ ພະແນກສຶກສາທິການແລະກິລາແຂວງຫຼວງພະບາງໄດ້ສ້າງຂະບວນການປູກຕົ້ນໄມ້ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ

ສູນໄອຊີທີ ພະແນກສຶກສາທິການແລະກິລາແຂວງຫຼວງພະບາງໄດ້ສ້າງຂະບວນການປູກຕົ້ນໄມ້ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 42ປີ(01/06/1980-01/06/2022) ເມື່ອວັນທີ 1 ມິຖຸນາ 2022 ໂດຍການເຂົ້າຮ່ວມຂອງທ່ານ ປທ ຈັນທະລີ ອຸໄລສິດ ຄະນະປະຈຳຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພະນັກງານ,ຄູ-ອາຈານ, ສະມາຊິກຊາວໜຸ່ມ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ

ສູນໄອຊີທີ ພະແນກສຶກສາທິການແລະກິລາແຂວງຫຼວງພະບາງໄດ້ສ້າງຂະບວນການປູກຕົ້ນໄມ້ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ Read More »

Translate »
Scroll to Top