ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV
ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໃນວັນທີ 30 ທັນວາ 2025 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງ ພາຍຫຼັງທີ່ທັບນັກກິລາຂອງແຂວງໄດ້ສຳເລັດການເຂົ້້າຮ່ວມແຂ່ງຂັນໃນລະຫວ່າງວັນທີ 14-19 ທັນວາ 2025 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະການນຳຂອງພະແນກ, ແຂກຖືກເຊີນ ຕະຫຼອດເຖິງຄະນະຄູຝຶກ ພ້ອມດ້ວຍນັກກິລາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.










