ປະຫວັດຄວາມເປັນມາຂອງພະແນກ

ອົງການຈັດຕັ້ງບໍລິຫານ ແລະ ຄຸ້ມຄອງການສຶກສາ ໄດ້ປັບປຸງປ່ຽນແປງໄປຕາມແນວທາງນະໂຍບາຍການປົກຄອງແຫ່ງຊາດ.  ນັບແຕ່ປີ 1975  ເຖິງປີ 1992 ອົງການຈັດຕັ້ງ ທີ່ຮັບຜິດຊອບວຽກງານສຶກສາຢູ່ຂັ້ນແຂວງ ເອີ້ນວ່າ: “ພະແນກສຶກສາແຂວງ, ກໍາແພງນະຄອນ” ຊຶ່ງມີພາລະບົດບາດຈັດຕັ້ງປະຕິບັດແນວທາງນະໂຍບາຍ  ແລະ ແຜນພັດທະນາ ການສຶກສາຂອງກະຊວງສຶກສາ; ຊີ້ນຳ, ນຳພາ, ຄຸ້ມຄອງ ແລະ ພັດທະນາການສຶກສາຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ພະແນກສຶກສາແຂວງ, ກຳແພງນະຄອນ ນີ້ເປັນສ່ວນໜຶ່ງຂອງອົງການປົກຄອງແຂວງ ແລະ ພາຍໃຕ້ການຊີ້ນຳ, ນຳພາທາງດ້ານການເມືອງແນວຄິດ,  ການຈັດຕັ້ງ ແລະ ຊີວິດການເປັນຢູ່ຂອງອໍານາດການປົກຄອງແຂວງ. ຕົກມາຮອດປີ 1993  ອົງການຈັດຕັ້ງທີ່ຮັບຜິດຊອບວຽກງານການສຶກສາຢູ່ຂັ້ນແຂວງ ເອີ້ນວ່າ: “ພະແນກສຶກສາປະຈຳແຂວງ, ກຳແພງນະຄອນ” ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງສຶກສາທິການ ສະບັບເລກທີ 320 ສສ 1993, ລົງວັນທີ 23 ມິຖຸນາ 1993  ຊຶ່ງເປັນການຈັດຕັ້ງຂັ້ນໜຶ່ງໃນລະບົບບໍລິຫານ ແລະ ຄຸ້ມຄອງການສຶກສາ ມີພາລະບົດບາດຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາການສຶກສາ ແລະ ນິຕິກຳຕ່າງໆຂອງລັດ. ໃນໄລຍະນີ້ ພະແນກສຶກສາປະຈຳແຂວງເປັນອົງການສາຍຕັ້ງ ຂອງກະຊວງສຶກສາທິການທີ່ປະຈຳຢູ່ແຂວງ; ແຕ່ພະແນກນີ້ກໍມີໜ້າທີ່ ສ້າງແຜນພັດທະນາການສຶກສາ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ.

ຕໍ່ມາໃນປີ 2009 ລັດຖະບານ ໄດ້ປັບປຸງກົງຈັກການຈັດຕັ້ງບໍລິຫານທຸກໆ ຂະແໜງການໃນທົ່ວລັດ; ພະແນກສຶກສາປະຈຳແຂວງ ໄດ້ປ່ຽນຊື່ເປັນ “ພະແນກສຶກສາທິການແຂວງ, ນະຄອນຫຼວງ”.ຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງສຶກສາທິການ ສະບັບ ເລກທີ 1584/ ສສ.ຈຕ, ລົງວັນທີ 3 ກໍລະກົດ 2009; ພະແນກ ສຶກສາທິການແຂວງ, ນະຄອນຫຼວງ ມີພາລະບົດບາດໃນການປະຕິບັດແນວທາງນະໂຍບາຍຂອງພັກ,  ແຜນພັດທະນາການສຶກສາແຫ່ງຊາດ ແລະ ນິຕິກຳຕ່າງໆຂອງລັດ. ພະແນກສຶກສາທິການແຂວງ, ນະຄອນຫຼວງ ມີກົງຈັກການຈັດຕັ້ງ ຊຶ່ງປະກອບດ້ວຍຂະແໜງ 11 ຂະແໜງ ຄື:  ຂະແໜງບໍລິຫານ, ຂະແໜງຈັດຕັ້ງແລະພະນັກງານ, ຂະແໜງສະຖິຕິ-ແຜນການ, ຂະແໜງກວດກາ ແລະ ປະເມີນຜົນ, ຂະແໜງປະຖົມ-ອະນຸບານສຶກສາ, ຂະແໜງມັດທະຍົມສຶກສາ, ຂະແໜງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ຂະແໜງພະລະແລະສິລະປະສຶກສາ, ຂະແໜງການສຶກສານອກໂຮງຮຽນ,ຂະແໜງພັດທະນາຄູ  ແລະ  ຂະແໜງຄຸ້ມຄອງການສຶກສາເອກະຊົນ.

ປະຈຸບັນໄດ້ມີການປັບປຸງການຈັດຕັ້ງຂອງລັດຖະບານ ຄືນໃໝ່ໃນບາງຂະແໜງການ; ສະເພາະຂະແໜງການ ສຶກສາ ໄດ້ຖືກເຕົ້າໂຮມເຂົ້າກັບຂະແໜງການກິລາ. ດັ່ງນັ້ນ ຊື່ກະຊວງກໍ່ໄດ້ປ່ຽນມາ ເປັນ “ກະຊວງສຶກສາທິການ ແລະ ກິລາ” ແລະ ພະແນກສຶກສາທິການແຂວງ ກໍ່ໄດ້ປ່ຽນຊື່ມາເປັນ “ພະແນກສຶກສາທິການ ແລະ ກິລາແຂວງ”. ສ່ວນພາລະບົດບາດຕົ້ນຕໍ ແມ່ນຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການສຶກສາ ແລະ ກິລາ ຂອງພັກ, ແຜນການພັດທະນາການສຶກສາ, ກິລາ ແລະ ນິຕິກຳຕ່າງໆຂອງລັດ ໃຫ້ປາກົດຜົນເປັນຈິງ.

ພາຍໃນປີ 2025 ຂະແໜງການສຶກສາທິການ ແລະ ກິລາແຂວງຫຼວງພະບາງ ມີໂຄງສ້າງ ແລະ ຊັບພະຍາກອນມະນຸດທີ່ສອດຄ່ອງ ໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ ແລະ ກິລາ-ກາຍະກຳທີ່ມີຄຸນນະພາບ ເພື່ອນຳພາແຂວງຫຼວງພະບາງຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ໃຫ້ບັນລຸເປົ້າໝາຍການສຶກສາທີ່ຍືນຍົງທີ 4 (SDG4)
ປອ. ສຸລິເດດ ແກ້ວບົວລະເພັດ - ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ
ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

  1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລິບຽບ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງແຜນການ ແລະ ຍຸດທະສາດ ຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານຂອງຕົນ;
  2. ສ້າງ, ປັບປຸງບັນດານິຕິກຳ, ລະບຽບການຕ່າງໆໃນການຄຸ້ມຄອງວຽກງານການສຶກສາ, ວິທະຍາສາດ ແລະ ກິລາພາຍໃນຂະແໜງ;
  3. ໂຄສະນາເຜີຍແຜ່ກົດໝາຍ, ລະບຽບການ,ແຜນການ, ແຜນງານ, ໂຄງການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາພາຍໃນແຂວງ;
  4. ປັບປຸງການຈັດຕັ້ງ ແລະ ການຄຸ້ມຄອງການສຶກສາ ແລະ ກິລາໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມຂອງແຂວງ ແລະ ລັດຖະບານໃນແຕ່ລະໄລຍະ;
  5. ຊີ້ນຳ, ນຳພາຈັດຕັ້ງປະຕິບັດແຜນການການສຶກສາກ່ອນໄວຮຽນ, ສາມັນສຶກສາ, ການລົບລ້າງຄວາມບໍ່ຮູ້ໜັງສື, ການຍົກລະດັບ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
  6. ຈັດພີມຫົວບົດສອບເສັງ, ຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ, ອອກປະກາສະນິຍະບັດຊັ້ນມັດທະຍົມຕອນປາຍໃນໂຮງຮຽນທັງພາກລັດ ແລະ ເອກະຊົນ ແລະ ຂື້ນທະບຽນປະກາສະນິຍະບັດມັດທະຍົມຕອນຕົ້ນ ແລະ ອາຊີວະສຶກສາຊັ້ນຕົ້ນ;
  7. ຄົ້ນຄວ້າ ແລະ ຄັດເລືອກການໃຫ້ຕຳແໜ່ງວິຊາການຄູພາຍໃນແຂວງ;
  8. ສ້າງ, ພັດທະນາຫຼັກສູດທ້ອງຖິ່ນ, ອຸປະກອນ ສື່ການຮຽນ-ການສອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆເພື່ອຮັບໃຊ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນແຂວງ;
  9. ຄຸ້ມຄອງບັນດາໂຮງຮຽນມັດທະຍົມຕອນປາຍ, ມັດທະຍົມສົມບູນ, ໂຮງຮຽນສາມັນກິນນອນຊົນເຜົ່າ, ໂຮງຮຽນວິຊາຊີບ, ສູນຝຶກວິຊາຊີບ, ສູນສຶກສານິເທດ, ສູນໄອຊີທີ, ສູນການສຶກສານອກໂຮງຮຽນ, ວິທະຍາໄລສະຖານການສຶກສາສົງ, ສະໂມສອນກິລາ, ຫົວໜ່ວຍທຸລະກິດກິລາ, ສະໜາມກິລາ ແລະ ຫົວໜ່ວຍວິຊາການອື່ນທີ່ຂື້ນກັບແຂວງ;
  10. ສ້າງແຜນພັດທະນາຊັບພະຍາກອນມະນຸດ, ແຜນການກໍ່ສ້າງ, ຝຶກອົບຮົມ, ຍົກລະດັບຄູ, ຄູຝຶກກິລາກາຍຍະກຳ ແລະ ບຸກຄະລາກອນການສຶກສາ ແລະ ກິລາພາຍໃນແຂວງ;
  11. ສ້າງແຜນການຈັດຕັ້ງການຮຽນ-ການສອນວຽກງານການສຶກສາຮຽນຮູ້ຕະຫຼອດຊີວິດພາຍໃນແຂວງ;
  12. ຈັດຕັ້ງປະຕິບັດວຽກງານພະລະ ແລະ ສິລະປະສຶກສາ, ກິລາ-ກາຍຍະກຳມວນຊົນ, ກິລາລະດັບສູງ, ພາຍໃນແຂວງ;
  13. ຄຸ້ມຄອງ, ສ້າງຖານເກັບກຳຂໍ້ມູນຂ່າວສານການສຶກສາ ແລະ ກິລາ, ຄູ ແລະ ນັກຮຽນພາຍໃນແຂວງ;
  14. ຄຸ້ມຄອງຄູ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ຕາມການແບ່ງຂັ້ນຄຸ້ມຄອງ;
  15. ຄົ້ນຄວ້າການບັນຈຸ, ຊັບຊ້ອນ, ການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ຍ້ອງຍໍ, ປະຕິບັດວິໄນ, ການກຳນົດຕຳແໜ່ງງານຂອງຄູ ແລະ ບຸກຄະລາກອນການສຶກສາ ແລະ ກິລາຕາມກົດໝາຍ ແລະ ລະບຽບການ;
  16. ຄຸ້ມຄອງ ແລະ ບໍລິຫານງົບປະມານການເງິນ, ການບັນຊີ, ຊັບສີນ-ວັດສະດຸ, ການປຸກສ້າງ-ສ້ອມແປງ, ການຈັດຂັ້ນຄຸ້ມຄອງພ້ອມທັງສະຫຼຸບ ແລະ ລາຍງານຕາມລະບຽບທີ່ໄດ້ກຳນົດໄວ້;
  17. ປະສານສົມທົບກັບພາກສ່ວນຕ່າງໆ ແລະ ນຳເອົາຜົນສຳເລັດຂອງການຄົ້ນຄວ້າທາງດ້ານວິທະຍາສາດ ແລະ ນະວັດຕະກຳຈັດຕັ້ງເຜີຍແຜ່ໃຫ້ແກ່ການຈັດຕັ້ງ ແລະ ສັງຄົມພາຍໃນແຂວງ;
  18. ເກັບກຳ, ແນະນຳ, ບໍລິການ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດ ແລະ ນະວັດຕະກຳໃຫ້ແກ່ການຈັດຕັ້ງ ແລະ ສັງຄົມພາຍໃນແຂວງຢ່າງທົ່ວເຖິງ;
  19. ຊີ້ນຳຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານ, ນະຄອນ;
  20. ພົວພັນ, ຮ່ວມມື ກັບສາຍຕັ້ງ, ສາຍຂວາງ ແລະ ອົງການຈັດຕັ້ງສາກົນທັງພາຍໃນ, ຕ່າງປະເທດເພື່ອພັດທະນາການສຶກສາ, ວິທະຍາສາດ ແລະ ກິລາພາຍໃນແຂວງ ຕາມການມອບໝາຍ;
  21. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ, ປະກັນຄຸນນະພາບ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ສາຍຕັ້ງ ແລະ ສາຍຂວາງທີ່ຕົນຂື້ນກັບໃນແຕ່ລະໄລຍະ; 
  22. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງກະຊວງສຶກສາທິການ ແລະ ກິລາ ແລະ ເຈົ້າແຂວງ;

ຂອບເຂດສິດ

  1. ສະເໜີຕໍ່ລັດຖະມົນຕີ ແລະ ເຈົ້າແຂວງພິຈາລະນາ ແລະ ຮັບຮອງແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ;
  2. ສະເໜີຕໍ່ລັດຖະມົນຕີພິຈາລະນາ ແລະ ຮັບຮອງແຜນພັດທະນາຊັບພະຍາກອນມະນຸດ, ແຜນການກໍ່ສ້າງ, ຝຶກອົບຮົມ, ຍົກລະດັບ ແລະ ບຸກຄະລາກອນການສຶກສາ ແລະ ກິລາໃນແຂວງ;
  3. ສະເໜີຕໍ່ລັດຖະມົນຕີ ແລະ ເຈົ້າແຂວງ, ຈັດຕັ້ງການແຂ່ງຂັນກິລາມວນຊົນ, ກິລາລະດັບສູງ ແລະ ກິລານັກຮຽນພາຍໃນແຂວງ;
  4. ສະເໜີລັດຖະມົນຕີພິຈາລະນາ, ອະນຸມັດ, ສ້າງ ຫຼື ບຸກເບີກບັນດານິຕິກຳຄຸ້ມຄອງການສຶກສາ ແລະ ກິລາທີ່ບໍ່ສອດຄ່ອງ;
  5. ສະເໜີຕໍ່ລັດຖະມົນຕີ ແລະ ເຈົ້າແຂວງພິຈາລະນາ, ອະນຸມັດສ້າງຕັ້ງ ຫຼື ຍຸບເລີກການຈັດຕັ້ງ, ສະຖານການສຶກສາ ແລະ ສະໜາມກິລາ ໃນຂັ້ນຄຸ້ມຄອງຂອງຕົນ;
  6. ສະເໜີການແຕ່ງຕັ້ງ, ປົດຕຳແໜ່ງ, ບັນຈຸ, ຊັບຊ້ອນ, ຍົກຍ້າຍ, ປະຕິບັດວິໄນ, ການກຳນົດຕຳແໜ່ງງານຂອງຄູ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມກົດໝາຍ ແລະ ລະບຽບການ;
  7. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫຼຶອປະເພດຕ່າງໆຕາມການອະນຸມັດຂອງລັດຖະມົນຕີ ແລະ ເຈົ້າແຂວງ;
  8. ປະຕິບັດໂຄງການຊ່ວຍເຫຼຶອລ້າ, ໂຄງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕາມການອະນຸມັດຂອງລັດຖະມົນຕີ ຫຼື ເຈົ້າແຂວງ;
  9. ສະເໜີລັດຖະມົນຕີຄຸ້ມຄອງຊັບສິນທາງປັນຍາ ແລະ ລິຂະສິດທາງດ້ານການສຶກສາ, ວິທະຍາສາດ ແລະ ກິລາ;
  10. ປະຕິບັດວຽກງານອື່ນຕາມການມອບໝາຍຂອງລັດຖະມົນຕີ, ເຈົ້າແຂວງ;
ກິດຈະກຳຂອງພະແນກ
  1. ວາງແຜນພັດທະນາການ ສຶກສາ ແລະກິລາພາຍໃນແຂວງ ໂດຍສັງລວມແຜນການຂະຫຍາຍການສຶກສາ ແລະ ກິລາ, ແຜນການກໍ່ສ້າງພື້ນຖານວັດຖຸການສຶກສາ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາການສຶກສາ ແລະກິລາຂອງແຂວງ,ນະຄອນຫຼວງ ແລະ ນຳສະເໜີປົກຄອງແຂວງ,ນະຄອນຫຼວງ ແລະກະຊວງສຶກສາທິການ ແລະກິລາຕາມລຳດັບ
  2. ອອກຂໍ້ກຳນົດ ແລະລະບຽບການຕ່າງໆ ໂດຍສອດຄ່ອງກັບແຜນການທີ່ກະຊວງສຶກສາທິການ ແລະ ກິລາວາງອອກໃນແຕ່ລະໄລຍະ
  3. ຈັດຕັ້ງປະຕິບັດແຜນ ພັດທະນາການສຶກສາທີ່ໄດ້ຮັບຮອງຈາກປົກຄອງແຂວງ, ນະຄອນຫຼວງ ແລະ ກະຊວງສຶກສາທິການ ແລະ ກິລາ ໃຫ້ບັນລຸຜົນຕາມລະດັບຄາດໝາຍ
  4. ຕິດຕາມ, ກວດກາ, ຊຸກຍູ້, ປະເມີນຜົນ ແລະ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ທີ່ຕົນວາງອອກໃນແຕ່ລະໄລຍະໃຫ້ຂັ້ນເທິງເປັນປົກກະຕິ (ໄລຍະ 1ເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ ໄລຍະຍາວ)
  5. ຕິດຕາມການຈັດຕັ້ງປະ ຕິບັດຫຼັກສູດ, ການຮຽນ, ການສອນ ແລະ ການສອບເສັງພາກຮຽນ ແລະ ປີຮຽນຂອງໂຮງຮຽນທຸກສາຍ ແລະ ທຸກປະເພດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ
  6. ອອກຂໍ້ສອບ ແລະ ຈັດຕັ້ງການສອບເສັງຈົບຊັ້ນ ຕາມການແບ່ງຂັ້ນຄຸ້ມຄອງຂອງກະຊວງສຶກສາທິການແລະ ກິລາ
  7. ຈັດຕັ້ງການແຂ່ງຂັນສິລະປະ ແລະ ກິລາກາຍະກຳຂອງນັກຮຽນໃນລະດັບແຂວງ
  8. ຈັດຕັ້ງການສອບເສັງນັກຮຽນເກັ່ງລະດັບປະຖົມ ແລະ ມັດທະຍົມພາຍໃນແຂວງ
  9. ແນະແນວການສຶກສາແກ່ນັກຮຽນທີ່ຈະຮຽນຕໍ່ທັງສາຍສາມັນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
  10. ຈັດຕັ້ງຄົ້ນຄວ້າ ຫັຼກສູດທີ່ເປັນພູມປັນຍາຂອງທ້ອງຖິ່ນ ເພື່ອປະກອບເຂົ້າໃນຫຼັກສູດລວມຕາມທີ່ກະຊວງສຶກສາທິການແລະກີລາໄດ້ ກຳນົດ
  11. ຄົ້ນຄວ້າ ແລະດັດປັບ ຕາຕະລາງການຮຽນ-ການສອນໃຫ້ສອດຄ່ອງກັບລະດູການຜະລິດຂອງທ້ອງຖິ່ນ
  12. ຈັດຕັ້ງແລະດຳເນີນການຝຶກອົບຮົມຄູປະເພດຕ່າງໆຕາມຫຼັກສູດທີ່ກະຊວງສຶກສາທິການແລະກິລາກຳນົດ
  13. ປະຕິບັດແຜນການລຶບ ລ້າງຄວາມບໍ່ຮູ້ໜັງສື, ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ແລະ ບຳລຸງຍົກລະດັບການ ສຶກສາໃຫ້ພະນັກງານ ແລະ ປະຊາຊົນພາຍໃນແຂວງໃຫ້ບັນລຸຜົນຕາມລະດັບຄາດໝາຍ
  14. ພິຈາລະນາການສ້າງ ຕັ້ງ  ແລະ ຍຸບເລີກໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊີບ ແລະ ສູນການສຶກສາປະເພດຕ່າງໆ ທັງໃນລະບົບ, ນອກລະບົບ, ທັງພາກລັດແລະ ເອກະຊົນ
  15. ດຳເນີນການຄົ້ນຄວ້າ ແລະພິຈາລະນາການຈັດຫາ,  ບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງພະນັກງານ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ການປະຕິບັດນະໂຍບາຍສະຫວັດດີການ, ການຍ້ອງຍໍ ແລະການປະຕິບັດມາດຕະການທາງວິໄນຕໍ່ພະນັກງານຕາມລະບຽບການທີ່ໄດ້ ກຳນົດ. ສົມທົບກັບກະຊວງສຶກສາທິການແລະກິລາ ຈັດຕັ້ງການສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ແກ່ລັດຖະກອນສຶກ ສາແລະກິລາ
  16. ດຳເນີນການກວດກາ,  ກວດການ ແລະ ນິເທດການສຶກສາພາຍໃນແຂວງ,ນະຄອນຫຼວງ, ເມືອງ ແລະ ໂຮງຮຽນຕ່າງໆໃຫ້ເປັນປົກກະຕິ
  17. ຈັດຕັ້ງການເກັບກຳ,  ວິໄຈສະຖິຕິ ແລະຂໍ້ມູນຂ່າວສານການສຶກສາ ຕາມແບບຟອມທີ່ຕົນກຳນົດ ແລະ ຕາມແບບຟອມທີ່ ກະຊວງສຶກສາທິການ ແລະ ກິລາຕ້ອງການ
  18. ດຳເນີນການຄົ້ນຄວ້າ ແລະ ສ້າງແຜນທີ່ການສຶກສາຕາມແຜນພັດທະນາການສຶກສາ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ນະຄອນຫຼວງ
  19. ຈັດຕັ້ງການສ້າງລະບົບ ຂໍ້ມູນຂ່າວສານການສຶກສາ ຂັ້ນແຂວງ,ນະຄອນຫຼວງ ໃຫ້ເປັນລະບົບເຄືອຂ່າຍອັນດຽວລະຫວ່າງກະຊວງສຶກສາທິການ ແລະກິລາ, ແຂວງ, ນະຄອນຫຼວງ ເມືອງ ແລະ ໂຮງຮຽນຕ່າງໆ
  20. ຊີ້ນຳ, ຈັດຕັ້ງ, ສ້າງ, ສະໜອງ,  ແຈກຢາຍ, ຄຸ້ມຄອງ ແລະ ປົກປັກຮັກສາອາຄານຮຽນ, ວັດຖຸອຸປະກອນ, ປຶ້ມແບບຮຽນ ແລະ ອື່ນໆ ພາຍໃນແຂວງ, ນະຄອນຫຼວງ
  21. ສ້າງ, ຈັດຕັ້ງປະຕິບັດ, ຊຸກຍູ້, ຕິດຕາມກວດກາ, ປະເມີນ ແລະຕີລາຄາ ແຜນດຳເນີນງານຂອງພະແນກສຶກສາທິການ ແລະກິລາແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະກິລາເມືອງ, ເທດສະບານ ແລະ ໂຮງຮຽນ
  22. ນຳພາ ແລະ ຈັດຕັ້ງການຮຽນ-ການສອນຂອງຄູ ແລະ ນັກຮຽນໃນໂຮງຮຽນຕ່າງໆ ເພື່ອປະຕິບັດຫຼັກສູດໃຫ້ໄດ້ຕາມຄາດໝາຍ ແລະ ມີປະສິດທິຜົນ
  23. ຈັດຕັ້ງການນິເທດການສຶກສາໃຫ້ແກ່ຄູອາຈານ, ພ້ອມທັງຈັດຕັ້ງການທົດສອບ, ປະເມີນຜົນ ແລະສອບເສັງ
  24. ຈັດຕັ້ງປຸກລະດົມປະຊາຊົນ ປະກອບສ່ວນເຂົ້າໃນການສຶກສາ ແລະສົ່ງລູກຫຼານເຂົ້າໂຮງຮຽນຢ່າງທົ່ວເຖິງ
  25. ຂຶ້ນແຜນງົບປະມານ ແລະ ຈ່າຍເງິນຕ່າງໆຕາມຮ່ວງງົບປະມານທີ່ໄດ້ກຳນົດໄວ້ໃຫ້ຖືກຕ້ອງ ແລະເໝາະ ສົມຕາມຄວາມເປັນຈິງ
  26. ຈັດຕັ້ງການປະມູນ, ການຈັດຊື້ ແລະ ການຊຳລະສະສາງຕາມລະບຽບຫຼັກການ
  27. ຮຽກໂຮມ ແລະ ຈັດຕັ້ງກອງປະຊຸມກ່ຽວກັບວຽກງານສຶກສາ ແລະກິລາ ໃນຂັ້ນຂອງຕົນ
ຍຸດທະສາດ ແລະ ແຜນ 5 ປີ

ຍຸດທະສາດການສຶກສາ ແລະ ກິລາ ຮອດປີ 2030 |  ບົດສະຫຼຸບ ແລະ ແຜນພັດທະນາການສຶກສາ 5 ປີ (2021-2025)

ວຽກຈຸດສຸມ ແລະ ວຽກບໍລິມະສິດ | ມະຕິກອງປະຊຸມຜູ້ບໍລິຫານການສຶກສາ-ກິລາທົ່ວແຂວງຫຼວງພະບາງ 2021-2022

ໂຄງຮ່າງການຈັດຕັ້ງ

Translate »
Scroll to Top