ໜ້າທີ່ຂອງໜ່ວຍງານ
- ຄົ້ນຄວ້າ, ຜັນຂະຫຍາຍ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
- ເປັນເສນາທິການໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ໃນການຂຶ້ນແຜນປັບປຸງ ແລະ ຂະຫຍາຍການສຶກສາສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນໃນແຂວງ, ໃຫ້ສອດຄ່ອງກັບນະໂຍບາຍການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ແຜນພັດທະນາການສຶກສາ ແລະ ກິລາ;
- ຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມວຽກງານວິທະຍາສາດ, ນະວັດຕະກຳ ແລະ ສະຖານການສຶກສາສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນພາຍໃນແຂວງ, ໃຫ້ສອດຄ່ອງແຜນພັດທະນາການສຶກສາວິທະຍາສາດ ແລະ ກິລາ;
- ຄຸ້ມຄອງ, ສ້າງ ແລະ ນຳສະເໜີແຜນງົບປະມານການລົງທຶນຂອງລັດສຳລັບການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ນະວັດຕະກຳພາບໃນແຂວງຂອງຕົນ;
- ໝູນໃຊ້ໃຫ້ແທດເໝາະກັບສະພາບຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ;
- ຊຸກຍູ້ໃຫ້ມີການຄົ້ນຄວ້າດ້ານວິທະຍາສາດ ແລະ ນະວັດຕະກຳຢູ່ຂະແໜງການ, ສະຖາບັນຄົ້ນຄວ້າ ແລະ ພາກສ່ວນທຸລະກິດຕ່າງໆ;
- ຖ່າຍຖອດ, ການນຳໃຊ້, ການປະດິດສ້າງ ແລະ ການໝູນໃຊ້ວິທະຍາສາດ ແລະ ນະວັດຕະກຳພາຍໃນແຂວງ;
- ຈັດຝຶກອົບຮົມ ແລະ ຍົກລະດັບວິຊາການກ່ຽວກັບວຽກງານວິທະຍາສາດຂັ້ຂະແໜງການຂອງຕົນ ແລະ ຂັ້ນເມືອງ;
- ສຶກສາ, ພັດທະນາ, ສ້າງຈິດສຳນຶກໃນການອະນຸລັກລະບົບນິເວດວິທະຍາ, ສ້າງສູນການຮຽນດ້ານວິທະຍາສາດ ແລະ ພູມປັນຍາທ້ອງຖິ່ນ;
- ຊຸກຍູ້, ສົ່ງເສີມ ແລະ ຮ່ວມມືກັບພາກສ່ວນທຸລະກິດໃນການສ້າງສວນນິເວດ ຫຼື ສວນພຶກສາສາດເພື່ອອະນຸລັກລະບົບນິເວດ, ຊີວະນາໆພັນຄຽງຄູ່ກັບການພັດທະນາເປັນແຫຼ່ງທ່ອງທ່ຽວທຳມະຊາດຕາມທິດພັດທະນາສີຂຽວ ແລະ ຍືນຍົງ;
- ຄຸ້ມຄອງ ແລະ ສ້າງຖານເກັບກຳຂໍ້ມູນສະຖິຕິການສຶກສາສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນພາຍໃນແຂວງ;
- ຄົ້ນຄວ້າ ແລະ ຄັດເລືອກເອົານັກຮຽນຈົບຊັ້ນມັດທະຍົມສຶກສາເຂົ້າຮຽນໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາຍໃນ ແລະ ຕ່າງປະເທດ;
- ຊີ້ນຳການຈັດຕັ້ງສອບເສັງຈົບສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນ;
- ຊີ້ນຳ ແລະ ຕິດຕາມການລົງຝຶກງານຂອງນັກຮຽນ-ນັກສຶກສາໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
- ຄຸ້ມຄອງການຂຶ້ນທະບຽນປະກາສະນິຍະບັດສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງທີ່ຂື້ນກັບການຄຸ້ມຄອງຂອງຕົນ;
- ຊີ້ນຳ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຫຼັກສູດການຮຽນການສອນສາຍສາມັນວິຊາຊີບໃຫ້ສອດຄ່ອງກັບຈຸດພິເສດຕາມແຜນພັດທະນາຂອງແຂວງ;
- ສະຫຼຸບ ແລະ ລາຍງານຜົນການຮຽນ-ການສອນ, ຜົນການສອບເສັງປະຈຳພາກຮຽນ, ປີຮຽນ ແລະ ຈົບຊັ້ນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
- ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃນຂະແໜງເປັນປົກກະຕິ;
- ປະຕິບັດວຽກງານອື່ນໆຕາມການມອບໝາຍ;

ທ່ານ ສົມພອນ ດີລີວົງ
ຫົວໜ້າຂະແໜງ

ທ່ານ ບັນຊາ ສຸນາເຄນ
ຮອງຫົວໜ້າຂະແໜງ

ທ່ານ ວິລະພອນ ປັນຍາສອນ
ຮອງຫົວໜ້າຂະແໜງ

ທ່ານ ພອນລີ ລີຈົ່ງກວາ
ວິຊາການ

ທ່ານ ນາງ ນິດທິກອນ ແກ້ວທອງເພັດ
ວິຊາການ
