ຫົວໜ້າຂະແໜງ
- ໜ້າທີ່ຮັບຜິດຊອບ : ແຜນການຝຶກອົບຮົມ ແລະ ຍົກລະດັບ
- ນຳພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ.
- ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງຕົນ.
- ສັງລວມແຜນຄວາມຕ້ອງການຝຶກອົບຮົມຄູຈາກເມືອງ ແລະ ພາກສ່ວນຕ່າງໆ.
- ຄົ້ນຄວ້າ ແລະ ນຳສະເໜີແຜນການຝຶກອົບຮົມ, ຍົກລະດັບ ແລະ ພັດທະນາຄູແຕ່ລະປະເພດ.
- ຊີ້ນຳສູນບຳລຸງຄູຂອງແຂວງໃນການຝຶກອົບຮົມຄ ູແລະ ປັບປຸງຫຼັກສູດການຝຶກອົບຮົມຄູ.
- ປະເມີນຜົນການປະຕິບັດໜ້າທີ່ ແລະ ການປະພຶດຂອງພະນັກງານພາຍໃນຂະແໜງ.
- ພົວພັນ, ປະສານງານກັບທຸກຂະແໜງພາຍໃນພະແນກ, ຫ້ອງການສຶກສາເມືອງ ແລະ ໂຮງຮຽນຕ່າງໆ
ທີ່ຂຶ້ນກັບພະແນກກ່ຽວກັບວຽກງານຝຶກອົບຮົມ, ຍົກລະດັບ ແລະ ພັດທະນາຄູ.
- ກວດກາ, ຕິດຕາມ,ປະເມີນຜົນ ແລະ ສະຫຼຸບລາຍງານ ການປະຕິບັດໜ້າທີ່ວຽກງານຕ່າງໆ ເປັນປົກກະຕິ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ.
- ຂອບເຂດສິດ
- ຊີ້ນຳວຽກງານການຝຶກອົບຮົມ, ຍົກລະດັບ ແລະ ພັດທະນາຄູ.
- ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
- ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ.
- ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ.
ຮອງຫົວໜ້າຂະແໜງ
- ໜ້າທີ່ຮັບຜິດຊອບ ພັດທະນາຄູ
- ຊ່ວຍຫົວໜ້າຂະແໜງໃນການນຳພາວຽກງານຮອບດ້ານຂອງຂະແໜງ.
- ຊ່ວຍຫົວໜ້າຂະແໜງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການບຳລຸງຄູຂອງພະແນກ.
- ຄັດເລືອກຄູແຕ່ລະປະເພດເຂົ້າຝຶກອົບຮົມຢູ່ສູນບຳລຸງຄູຂອງແຂວງ ແລະ ວິທະຍາໄລຄູ.
- ວາງແຜນ ແລະ ຈັດຕັ້ງຄູຝຶກລົງຕິດຕາມ ແລະ ເກັບກຳສະພາບການສິດສອນຂອງຄູບຳລຸງຢູ່ໂຮງຮຽນແຫ່ງຕ່າງໆ.
- ຕິດຕາມ ແລະ ປະເມີນຜົນການສິດສອນ ແລະ ການຝຶກອົບຮົມຂອງຄູຝຶກ.
- ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານວຽກຕ່າງໆ ທີ່ຮັບຜິດຊອບເປັນປົກກະຕິ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
- ຂອບເຂດສິດ
- ຊີ້ນຳວຽກງານພັດທະນາຄູ.
- ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກຳນົດໄວ້ຕຳແໜ່ງງານ.
- ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
- ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.
ວິຊາການ
- ໜ້າທີ່ຮັບຜິດຊອບ: ວຽກງານຝຶກອົບຮົມ
- ອອກແບບຟອມເກັບກຳຂໍ້ມູນ ກ່ຽວກັບຄວາມຕ້ອງການໃນການບຳລຸງ, ຍົກລະດັບຄູ ດ້ານຕ່າງໆ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
- ຈັດຕັ້ງເກັບກຳ ແລະ ສັງລວມຂໍ້ມູນ ກ່ຽວກັບການບຳລຸງ, ຍົກລະດັບຄູ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
- ສ້າງແຜນການຝຶກອົບຮົມ ແລະ ຂຶ້ນງົບປະມານ ໃນການປະຕິບັດວຽກງານການບຳລຸງ, ຍົກລະດັບຄູ.
- ປະສານສົມທົບ, ຮ່ວມມືກັບພາກສ່ວນ ແລະ ອົງການຕ່າງໆ ເພື່ອການສະໜັບສະໜູນວຽກງານການບຳລຸງ, ຍົກລະດັບຄູ.
- ຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ແກ່ການບຳລຸງ, ຍົກລະດັບຄູ.
- ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
- ຂອບເຂດສິດ
- ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.
- ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.
