ຂະແໜງການສຶກສາກ່ອນໄວຮຽນ

ໜ້າທີ່ຂອງຂະແໜງ:

  1. ຄົ້ນຄວ້າ, ຜັນຂະຫຍາຍ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂະແໜງການສຶກສາກ່ອນໄວຮຽນໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
  2. ເປັນເສນາທິການໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ໃນການຂຶ້ນແຜນປັບປຸງ ແລະ ຂະຫຍາຍການສຶກສາກ່ອນໄວຮຽນພາຍໃນແຂວງໃຫ້ສອດຄ່ອງກັບນະໂຍບາຍປະຕິຮູບລະບົບການສືກສາແຫ່ງຊາດ ແລະ ແຜນພັດທະນາການສຶກສາ ແລະ ກິລາ ໃນແຕ່ລະໄລຍະ;
  3. ຊີ້ນຳ ແລະ ຕິດຕາມການສ້າງໂຮງຮຽນຕົວແບບສຳລັບການສຶກສາກ່ອນໄວຮຽນພາຍໃນແຂວງ;
  4. ຊີ້ນຳ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃຫ້ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດແຫ່ງຊາດ;
  5. ຊີ້ນຳ ແລະ ຕິດຕາມການນິເທດການຮຽນ-ການສອນໃນຖານການສຶກສາກ່ອນໄວຮຽນ;
  6. ຄົ້ນຄວ້າຕຳແໜ່ງວິຊາການຄູສຳລັບຄູສອນຊັ້ນການສຶກສາກ່ອນໄວຮຽນ;
  7. ຄຸ້ມຄອງ ແລະຊຸກຍູ້ສົ່ງເສີມສະຖານການສຶກສາກ່ອນໄວຮຽນທັງພາກລັດ ແລະ ເອກະຊົນ;
  8. ຄຸ້ມຄອງ ແລະ ສ້າງຖານເກັບກຳຂໍ້ມູນການສຶກສາກ່ອນໄວຮຽນ;
  9. ຈັດຕັ້ງການປະເມີນຜົນການຮຽນ-ການສອນແຕ່ລະພາກຮຽນ, ປະຈຳປີທັງພາກລັດ ແລະ ເອກະຊົນ;
  10. ຄົ້ນຄ້ວາ ແລະ ຄັດເລືອກຕຳແໜ່ງວິຊາການຄູໂດຍສົມທົບກັບຂະແໜງການສຶກສາກ່ອນໄວຮຽນ;
  11. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃນຂະແໜງເປັນປົກກະຕິ;
  12. ຮັບຜິດຊອບວຽກງານອື່ນຕາມການມອບໝາຍ;
ທ່ານ ລັດສະໝີ ຄຸນພະຈັນສີ
ຫົວໜ້າຂະແໜງ
ທ່ານ ສີພະຈັນ ລິນທະວົງ
ຮອງຫົວໜ້າຂະແໜງ
ທ່ານ ນາງ ຈິດສະຫວັນ ແກ້ວພິລາ
ວິຊາການ
ທ່ານ ນາງ ທອງວັນຄຳ ພອນຈະເລີນ
ວິຊາການ
Translate »
Scroll to Top