ຂະແໜງສາມັນສຶກສາ

ໜ້າທີ່ຂອງຂະແໜງ

  1. ຄົ້ນຄວ້າ, ຜັນຂະຫຍາຍ ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບວຽກງານຂອງຂະແໜງສາມັນສຶກສາໃຫ້ສອດຄ່ອງກັບກົດໝາຍ ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
  2. ເປັນເສນາທິການໃຫ້ພະແນກສຶກສາທິການ ແລະ ກິລາແຂວງໃນການຂຶ້ນແຜນປັບປຸງ ແລະ ຂະຫຍາຍການສຶກສາສາຍສາມັນທັງພາກລັດ ແລະ ເອກະຊົນພາຍໃນແຂວງ, ໃຫ້ສອດຄ່ອງກັບນະໂຍບາຍການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ແຜນພັດທະນາການສຶກສາ;
  3. ຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມສະຖານການສຶກສາສາຍສາມັນສຶກສາທັງພາກລັດ ແລະ ເອກະຊົນ ແລະ ການສຶກສາສົງ;
  4. ຄຸ້ມຄອງ ແລະ ສ້າງຖານເກັບກຳຂໍ້ມູນສະຖິຕິການສຶກສາສາຍສາມັນສຶກສາ;
  5. ຊີ້ນຳ ແລະ ຄຸ້ມຄອງສູນສຶກສານິເທດພ້ອມທັງຕິດຕາມການນິເທດການຮຽນ-ການສອນໃນຖານການສຶກສາສາຍສາມັນສຶກສາ;
  6. ຊີ້ນຳ ແລະ ຕິດຕາມການສ້າງໂຮງຮຽນຕົວແບບສຳລັບສາຍສາມັນສຶກສາພາຍໃນແຂວງ;
  7. ຊີ້ນຳ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ຫຼັກສູດໃຫ້ຄົບຖ້ວນ;
  8. ຄົ້ນຄວ້າ, ສ້າງ ແລະ ພັດທະນາຫຼັກສູດທ້ອງຖິ່ນໃຫ້ສອດຄ່ອງກັບຈຸດພິເສດທ່າແຮງ ແລະ ພູມປັນຍາທ້ອງຖິ່ນສຳລັບສາຍສາມັນສຶກສາຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດແຫ່ງຊາກ;
  9. ຊີ້ນຳການສອບເສັງເລື່ອນຂັ້ນສາຍສາມັນສຶກສາ ແລະ ຈັດຕັ້ງການສອບເສັງຈົບຊັ້ນສາຍສາມັນສຶກສານັບທັງພາກລັດ, ເອກະຊົນ ແລະ ການສຶກສາສົງ;
  10. ຄົ້ນຄ້ວາການອອກໃບປະກາສະນິຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍພາຍໃນແຂວງ;
  11. ຄົ້ນຄວ້າຕຳແໜ່ງວິຊາການຄູສຳລັບສາຍສາມັນສຶກສາ;
  12. ລາຍງານສະພາບການຮຽນ-ການສອນ ຜົນການສອບເສັງປະຈຳພາກຮຽນ, ສົກຮຽນ ແລະ ຜົນການສອບເສັງຈົບຊັ້ນໃຫ້ພະແນກສຶກສາທິການ ແລະ ກິລາແຂວງ;
  13. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃນຂະແໜງເປັນປົກກະຕິ;
  14. ປະຕິບັດວຽກອື່ນຕາມການມອບໝາຍ;

 

ທ່ານ ບຸນທະວີ ວົງປະເສີດ
ຫົວໜ້າຂະແໜງ
ທ່ານ ສູນທອນ ຈັນທະວົງ
ຮອງຫົວໜ້າສູນ
ທ່ານ ນາງ ພອນພິຈິດ ສີສຸດາຈັນ
ຮອງຫົວໜ້າຂະແໜງ
ທ່ານ ໄກສອນ ລັດຕະນະເພັງສີ
ວິຊາການ
ທ່ານ ພຸດທະໄຊ ຂຸນສະດາຈິດ
ວິຊາການ
ທ່ານ ນາງ ສາຍສຸດາ ລໍສະຫວັນ
ວິຊາການ
Translate »
Scroll to Top