ຂະແໜງກິລາ-ກາຍຍະກຳ ແລະ ສິລະປະສຶກສາ

ໜ້າທີ່ຂອງຂະແໜງ

  1. ຄົ້ນຄວ້າ, ຜັນຂະຫຍາຍ ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງກິລາ-ກາຍຍະກຳ ແລະ ສິລະປະສຶກສາໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
  2. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການ ຂອງພະແນກສຶກສາທິການ ແລະ ກິລາ;
  3. ວາງແຜນພັດທະນາວຽກງານກິລາ-ກາຍຍະກຳ ແລະ ສິລະປະສຶກສາໃນໂຮງຮຽນທັງພາກລັດ ແລະ ເອກະຊົນພາຍໃນແຂວງ;
  4. ຄຸ້ມຄອງການຂະຫຍາຍ ແລະ ປັບປຸງວຽກງານພະລະສຶກສາ, ສິລະປະສຶກສາ, ວິຊາສຶກສາປ້ອງກັນຕົວ ແລະ ຕ້ານສິ່ງເສບຕິດໃນໂຮງຮຽນທັງພາກລັດ ແລະ ເອກະຊົນ;
  5. ຊີ້ນຳການຮຽນ-ການສອນວິຊາພະລະສິລະປະສຶກສາ, ວິຊາສຶກສາປ້ອງກັນຕົວ ແລະ ຫຼັກສູດທ້ອງຖິ່ນທີ່ກ່ຽວຂ້ອງກັບວິຊາພະລະສິລະປະສຶກສາ;
  6. ຮັບຜິດຊອບການສ້າງຂະບວນການກິລາ ແລະ ສິລະປະພາຍໃນໂຮງຮຽນ
  7. ເຜີຍແຜ່ແນະນຳທາງດ້ານທິດສະດີກ່ຽວກັບເຕັກນິກ, ກະຕິກາ, ແບບຫຼິ້ນກິລາປະເພດຕ່າງໆ ຢູ່ຕາມສຳນັກງານອົງການສະຖານການສຶກສາຕ່າງໆ ທັງພາກລັດ ແລະ ເອກະຊົນລວມທັງມວນຊົນທົ່ວໄປ;
  8. ພັດທະນາ ແລະ ສົ່ງເສີມການຫຼີ້ນກິລາພື້ນເມືອງ, ກິລາສັດ, ກິລາຄົນພິການປະເພດຕ່າງໆ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  9. ຊຸກຍູ້, ປຸກລະດົມ ແລະ ສົ່ງເສີມກິດຈະກຳການອອກກຳລັງກາຍ, ການຫຼີ້ນກິລາ, ການຝຶກແອບ, ການສະແດງ ແລະ ການແຂ່ງຂັນກິລາປະເພດຕ່າງໆຂອງມວນຊົນົທ່ວໄປເພື່ອແນໃສ່ສົ່ງເສີມສຸຂະພາບພາລະນາໄມ, ຄວາມມ່ວນຊື່ນເປັນຕົ້ນຕໍແຕ່ບົນພື້ນຖານລະບຽບ ແລະ ກະຕິກາທີ່ໄດ້ກຳນົດໄວ້;
  10. ຄົ້ນຄວ້າ ແລະ ນຳສະເໜີການຂໍອະນຸມັດການດຳເນີນທຸລະກິດການກິລາຕາມຂອບເຂດທີ່ຕົນເອງຮັບຜິດຊອບ;
  11. ຄຸ້ມຄອງ ແລະ ກວດກາການດຳເນີນທຸລະກິດທີ່ກ່ຽວກັບການໃຫ້ບໍລິການດ້ານການກິລາ;
  12. ຄຸ້ມຄອງອາຄານ, ສະຖານທີ່ຝຶກແອບ, ສະໜາມຫຼີ້ນກິລາ ແລະ ສະຖານທີ່ແຂ່ງຂັນໃຫ້ໄດ້ມາດຕະຖານເຕັກນິກກິລາເພື່ອຕອບສະໜອງໃຫ້ແກ່ການຝຶກແອບ ແລະ ແຂ່ງຂັນ;
  13. ຄັດເລືອກເອົານັກກິລາແຕ່ລະລຸ້ນອາຍຸມາຝຶກແອບເພື່ອປະກອບເປັນນັກກິລາທີມຊາດພ້ອມທັງຈັດຕັ້ງການແຂ່ງຂັນກິລາ-ກາຍຍະກຳພາຍໃນແຂວງ;
  14. ຈັດຕັ້ງການຝຶກອົບຮົມຜູ້ບໍລິຫານກິລາ, ຄູຝຶກ ແລະ ກຳມະການຕັດສິນພາຍໃນແຂວງ;
  15. ຊຸກຍູ້, ສົ່ງເສີມການສ້າງຕັ້ງ ແລະ ການຄຸ້ມຄອງສະໂມສອນ, ສະຫະພັນກິລາ-ກາຍຍະກຳ ແລະ ທີມກິລາປະເພດຕ່າງໆ ພ້ອມທັງຄຸ້ມຄອງທີມນັກກິລາຂອງແຂວງ;
  16. ເກັບກຳຂໍ້ມູນ, ສະຖິຕິການຂຶ້ນທະບຽນນັກກິລາ ແລະ ສະຖານທີ່ຫຼີ້ນກິລາແຕ່ລະປະເພດພາຍໃນແຂວງ;
  17. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານວຽກຕ່າງໆພາຍໃນຂະແໜງເປັນປົກກະຕິ;
  18. ປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ;
ທ່ານ ສຸລິດອນ ພານິພິດ
ຫົວໜ້າຂະແໜງ
ທ່ານ ທອງວັນ ສູນທະລີ
ຮອງຫົວໜ້າຂະແໜງ
ທ່ານ ນາງ ບຸນຈັນ ເພັດດາລາ
ຮອງຫົວໜ້າຂະແໜງ
ທ່ານ ທິບພະສອນ ສິດທິພອນ
ວິຊາການ
ທ່ານ ຈັນທີ ອຸ່ນມາໄລ
ວິຊາການ
ທ່ານ ສົມສີ ຈະເລີນສຸກ
ວິຊາການ
ທ່ານ ສີແພງ ງາສຸນີ
ວິຊາການ
ທ່ານ ຕຸ້ຍ ມະນີວົງ
ວິຊາການ
Translate »
Scroll to Top