ຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ.

ໜ້າທີ່ຂອງຂະແໜງ

  1. ຄົ້ນຄວ້າ, ຜັນຂະຫຍາຍ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
  2. ຄົ້ນຄວ້າ ແລະ ວາງແຜນການລົບລ້າງຄວາມບໍ້ຮູ້ໜັງສື, ຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
  3. ຮັບຜິດຊອບວຽກງານລົບລ້າງຄວາມບໍ່ຮູ້ໜັງສື, ຍົກລະດັບຊັ້ນປະຖົມ ແລະ ມັດທະຍົມສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານພາຍໃນແຂວງ;
  4. ຄຸ້ມຄອງ ແລະ ອອກໃບປະກາສະນິຍະບັດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ;
  5. ຊີ້ນຳການຈັດຕັ້ງການຮຽນ-ການສອນ, ການປະຕິບັດເນື້ອໃນຫຼັກສູດ, ການສອບເສັງການລົບລ້າງຄວາມບໍ່ຮູ້ໜັງສື, ຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
  6. ຄັດເລືອກ ແລະ ຄຸ້ມຄອງຄູການສຶກສານອກໂຮງຮຽນ ແລະ ຄູຝຶກວິຊາຊີບໃນສາຂາຕ່າງໆ;
  7. ຄຸ້ມຄອງ ແລະ ຊີ້ນຳ ສູນບຳລຸງຍົກລະດັບການສຶກສາ, ສູນການສຶກສານອກໂຮງຮຽນ, ການສຶກສາທາງໄກ ແລະ ການນຳໃຊ້ເຕັກໂນໂລຊີເພື່ອການສຶກສາ;
  8. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນຂະແໜງເປັນປົກກະຕິ;
  9. ປະຕິບັດໜ້າທີ່ອື່ນຕາມການມອບໝາຍ;
ທ່ານ ສາຍສະຫວາດ ປັນຍາໄຊ
ຫົວໜ້າຂະແໜງ
ທ່ານ ອ່ອນສີ ພົງສະຫວັນ
ຮອງຫົວໜ້າຂະແໜງ
ທ່ານ ນາງ ພຸດສະດາ ອິນທະວົງ
ວິຊາການ
ທ່ານ ບຸນໜາ ອິນທະແສງ
ວິຊາການ
Translate »
Scroll to Top