ຂະແໜງບໍລິຫານ ແລະ ການເງີນ

  1. ຄົ້ນຄວ້າ, ຜັນຂະຫຍາຍ ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງບໍລິຫານ ແລະ ການເງີນໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ,
  2. ສັງລວມ ແລະ ສະເໜີແຜນພັດທະນາການສຶກສາ ແລະ ກິລາຂອງພະແນກ;
  3. ຮັບຜິດຊອບວຽກງານການກໍ່ສ້າງ ແລະ ສ້ອມແປງອາຄານສະຖານທີ່ພາຍໃນພະແນກ;
  4. ຄຸ້ມຄອງເອກະສານທາງລັດຖະການ, ວຽກງານປະຊາສຳພັນ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານການສຶກສາ ແລະ ກິລາ;
  5. ຮັບຜິດຊອບວຽກງານບໍລິຫານ ແລະ ບໍລິການຫ້ອງການຂອງພະແນກ;
  6. ສ້າງ ແລະ ສັງລວມແຜນການຄາດຄະເນລາຍຮັບ-ລາຍຈ່າຍງົບປະມານພາຍໃນແຂວງ;
  7. ປະຕິບັດການໃຊ້ຈ່າຍງົບປະມານຕາມລະບຽບການ, ບັນທຶກທຸກການເຄື່ອນໄຫວບັນຊີ, ກວດກາຄວາມຖືກຕ້ອງທຸກກິດຈະກຳ ກ່ອນການສະເໜີຂໍອະນຸມັດຈາກຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ;
  8. ຄຸ້ມຄອງການໃຊ້ຈ່າຍ ແລະ ສະຫຼຸບສັງລວມລາຍງານງົບປະມານລັດ, ທຶນຊ່ວຍເຫຼືອ, ທຶນກູ້ຢືມ ແລະ ກອງທຶນສະຫວັດດີການຄູແຫ່ງຊາດ ປະຈຳເດືອນ, ງວດ ແລະ ປະຈຳປີໃຫ້ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ກົມການເງີນໄດ້ຮັບຊາບຕາມກຳນົດເວລາ;
  9. ຄຸ້ມຄອງ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດກິດຈະກຳພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານ, ນະຄອນ ແລະ ໂຮງຮຽນທີ່ຂື້ນກັບໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດ;
  10. ພົວພັນ, ປະສານງານການຂໍເບິກຈ່າຍງົບປະມານຈາກພະແນກການເງີນແຂວງ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງຕາມການມອບໝາຍຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ;
  11. ຄຸ້ມຄອງ, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານການກໍ່ສ້າງ-ສ້ອມແປງພາຍໃນແຂວງ, ຕາມການມອບໝາຍ;
  12. ດຳເນີນການປິດບັນຊີງົບປະມານປະຈຳປີ ແລະ ສະຫຼຸບຂາດຕົວງົບປະມານພາຍໃນແຂວງ, ຕາມກຳນົດເວລາແລ້ວລາຍງານໃຫ້ຂັ້ນເທິງຖັດຕົນໄດ້ຮັບຊາບ;
  13. ຄຸ້ມຄອງບັນຊີຊັບສີນ, ອຸປະກອນ ແລະ ສື່ການຮຽນ-ການສອນທົ່ວແຂວງຕາມລະບຽບການ ແລະ ລາຍງານໃຫ້ຂັ້ນເທິງຖັດຕົນໄດ້ຮັບຊາບ;
  14. ຊ່ວຍເຫຼືອແນະນຳທາງດ້ານວິຊາການຕ່າງໆເຊັ່ນ: ງົບປະມານ, ການບັນຊີ, ການສະຫຼຸບລາຍງານ, ການກວດກາການໃຊ້ຈ່າຍການເງີນ, ການຄຸ້ມຄອງຊັບສິນ ແລະ ການກໍ່ສ້າງ-ສ້ອມແປງໃຫ້ທຸກພາກສ່ວນທີ່ຂື້ນກັບພາຍໃນແຂວງ;
  15. ຕິດຕາມ, ກວດກາ, ກະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນຂະແໜງເປັນປົກກະຕິ;
  16. ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ;
ທ່ານ ນາງ ດາວອນ ສິດທິພອນ
ຫົວໜ້າຂະແໜງ
ທ່ານ ນ້ອຍ ດວງຊີວັນ
ຮອງຫົວໜ້າຂະແໜງ
ທ່ານ ນາງ ບັງອອນ ອິນທະສອນ
ວິຊາການ
ທ່ານ ນາງ ໂອຄຳ ຫອມສົມບັດ
ວິຊາການ
ທ່ານ ນາງ ສ້ອຍຟ້າ ພົງສະຫວັດ
ວິຊາການ
ທ່ານ ສອນອາຄົມ ແກ້ວຄຳເພັດ
ວິຊາການ
ທ່ານ ແສງເພັດ ວົງສອນເພັດ
ວິຊາການ
ທ່ານ ຄຳຮູ້ ພົມມະຈິດ
ວິຊາການ
ທ່ານ ສົມນິດ ພົມມະລິດ
ວິຊາການ
ທ່ານ ບຸນມາ ຊາວະດີ
ວິຊາການ
ທ່ານ ພຸດທະສອນ ສີສະຫວັດ
ວິຊາການ
Translate »
Scroll to Top