6 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ສກຂ ຫຼວງພະບາງ ຖືກຢັ້ງຢືນ-ຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

6 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດພິທີ ສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເມື່ອວັນທີ 24 ທັນວາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີສະຫາຍ ຮອງເລຂາໜ່ວຍພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງ, ສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະຫາຍ ຫົວໜ້າ-ຮອງຫົວໜ້າຂະແໜງ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນພັກຮາກຖານພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ມີນາ ຈັນມະນີ ເລຂາໜ່ວຍພັກຫ້ອງການພະແນກສຶກສາທິການ ແລະ ກິລາແຂວງ ຕາງໜ້າ 6 ໜ່ວຍພັກ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ວ່າ: ປີ 2024 ຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ປະກອບມີ 6 ໜ່ວຍພັກຄື: ໜ່ວຍພັກ ຫ້ອງການພະແນກສຶກສາທິການ ແລະ ກິລາແຂວງ, ໜ່ວຍພັກ ໂຮງຮຽນ ມສ ສັນຕິພາບ, ໜ່ວຍພັກ ໂຮງຮຽນ ມສ ປ່ອງຄໍາ, ໜ່ວຍພັກ ໂຮງຮຽນ ມສ ເດັກກຳພ້າ, ໜ່ວຍພັກ ໂຮງຮຽນ ມສ ສົງ ແລະ ໜ່ວຍພັກ ໂຮງຮຽນ ມສ ຊົນເຜົ່າ ສວນຫຼວງ ແຕ່ລະໜ່ວຍພັກ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກຮາກຖານພະແນກສຶກສາທິການ ກິລາແຂວງ, ເຊິ່ງມີຄະນະໜ່ວຍພັກ ທັງໝົດ 15 ສະຫາຍ, ຍິງ 01 ສະຫາຍ ມີສະມາຊິກພັກທັງໝົດ 318 ສະຫາຍ, ຍິງ 157 ສະຫາຍ, ຄະນະພັກຮາກຖານໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນໃຈກາງຊີ້ນຳ-ນໍາພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອເຕົ້າໂຮມຄວາມສາມັກຄີ ເປັນກໍາລັງແຮງຕັດສິນຜົນສໍາເລັດໜ້າທີ່ໄດ້ຮັບຜິດຊອບ ໂດຍນຳເອົາແນວທາງ, ແຜນນະໂຍບາຍ, ມະຕິ-ຄຳສັ່ງ ລະບຽບຂອງພັກ, ກົດໝາຍຂອງລັດມາຈັດຕັ້ງປະຕິບັດ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຂື້ນກັບການຈັດຕັ້ງ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ປະຕິບັດລະບອບປະຊຸມຄະນະໜ່ວຍພັກ, ປະສານສົມທົບຂໍທິດຊີ້ນຳຈາກຄະນະພັກຂັ້ນເທິງ, ຖືເອົາວຽກງານການສຶກສາ ແລະ ກິລາ ເປັນວຽກງານທີ່ສຳຄັນ ໃນການກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບຕິດພັນກັບ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ຕະຫຼອດໄລຍະຜ່ານມາຄະນະພັກຮາກຖານຍັງມີຜົນສຳເລັດຫຼາຍໆດ້ານທີ່ພົ້ນເດັ່ນ ໂດຍສະເພາະຄາດໝາຍທີ່ສາມາດບັນລຸໄດ້ ມີ 9 ຄາດໝາຍຄື: ດັດສະນີຄວາມສະເໜີພາບ ຍິງ-ຊາຍ ອັດຕາການເລື່ອນຊັ້ນ ປ.5 ຫາ ມ.1 ບັນລຸໄດ້ 0,99% (ຄາດໝາຍ 0,99-1), ອັດຕານັກຮຽນເຂົ້າຮຽນໃໝ່ສຸດທິ ປ.1 ບັນລຸໄດ້ 99,75 % (ຄາດໝາຍ 99,60%), ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ຮັບການບຳລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມ ວິຊາຊີບ ບັນລຸໄດ້ 4.165 ຄົນ (ຄາດໝາຍ 2.986 ຄົນ), ອັດຕາເລື່ອນຊັ້ນ ປ.5 ຂື້ນ ມ.1 (ທຽບໃສ່ນັກຮຽນຕົ້ນປີ ປ.5) ບັນລຸໄດ້ 92,08% (ຄາດໝາຍ 90%), ອັດຕາປະລະການຮຽນ ຂອງນັກຮຽນ ປ.1 ບັນລຸໄດ້ 4,84% (ຄາດໝາຍ 5%), ເປີເຊັນ ຂອງຈໍານວນຄູສອນຊັ້ນການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ໄດ້ຮັບການບຳລຸງ ຍົກລະດັບເພື່ອພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ປະຕິບັດໄດ້ 9,62% (ຄາດໝາຍ 8%), ນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 327 ຄົນ (ຄາດໝາຍ 300 ຄົນ ), ສົ່ງເສີມນັກຮຽນທີ່ຮຽນຈົບ ມັດທະຍົມຕອນປາຍໃຫ້ໄດ້ຮຽນຕໍ່ສາຍອາຊີວະ ແລະ ການສຶກສາຊັ້ນສູງຢູ່ຕ່າງປະເທດ ສາມາດປະຕິບັດໄດ້ 170 ຄົນ (ຄາດໝາຍ 150 ຄົນ ), ສົ່ງເສີມມວນຊົນທຸກເພດ, ທຸກໄວ ອອກກຳລັງກາຍ ເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນ ໄຫວ ກິດຈະກຳ ການແຂ່ງຂັນກິລາປະຈຳປີ, ກິລາວັນບຸນປະເພນີ-ກິລາວັນບຸນສໍາຄັນຕ່າງໆຂອງແຂວງ ແລະ ຂອງຊາດ ບັນລຸໄດ້ 43,29% (ຄາດໝາຍ 43%) ພ້ອມກັນນັ້ນ ບັນດາຄາດໝາຍທີ່ໃກ້ຈະບັນລຸມີ 6 ຄາດໝາຍຄື: ອັດຕາເຂົ້າຮຽນໃໝ່ລວມ ປ.5 ບັນລຸໄດ້ 99,21 % (ຄາດໝາຍ 100%), ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ) ບັນລຸໄດ້ 95,66% (ຄາດໝາຍ 96%), ອັດຕາປະລະການຮຽນ ຂອງນັກຮຽນຊັ້ນປະຖົມ ບັນລຸໄດ້ 2,94% (ຄາດໝາຍ 2,2%), ອັດຕາປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບັນລຸໄດ້ 11,73% (ຄາດໝາຍ 10%), ອັດຕາເຂົ້າຮຽນຂອງເດັກ 5 ປີ ບັນລຸໄດ້ 84,24 % (ຄາດໝາຍ 88%) ແລະ ອັດຕາເຂົ້າຮຽນໃໝ່ລວມ ມ.4 ບັນລຸໄດ້ 57,63% (ຄາດໝາຍ 65%).
ໂອກາດດັ່ງກ່າວ, ສະຫາຍ ບຸນເລື່ອມ ມະນີວົງ ໄດ້ກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ 06 ໜ່ວຍພັກທີ່ຖືກຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຄະນະດຽວກັນ, ສະຫາຍ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນຳຂອງພະແນກສຶກສາທິການ ແລະ ກິລາແຂວງທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາກວຽກງານການສຶກສາພາຍໃນແຂວງ ແລະ ສາມາດຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ ພ້ອມດຽວກັນນີ້, ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະພັກ-ຄະນະນຳຂອງພະແນກຈົ່ງໄດ້ພ້ອມກັນສືບຕໍ່ ຮັກສາມູນເຊື້ອເພີ່ມທະວີຄວາມຮັບຜິດຊອບໃນການຂະຫຍາຍ ແລະ ກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຖືເອົາວຽກງານການເມືອງ-ແນວຄິດ, ແບບແຜນ, ມະຕິ-ຄຳສັ່ງ, ລະບຽບຂອງພັກ, ກົດໝາຍຂອງລັດມາຈັດຕັ້ງປະຕິບັດ, ເອົາໃຈໃສ່ເຊື່ອມຊຶມບັນດານິຕິກຳຕ່າງໆຂອງພັກ-ລັດໃຫ້ເຂົ້າໃຈເລິກເຊີ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກຢ່າງລະອຽດໃນແຕ່ລະວຽກງານ, ເອົາໃຈໃສ່ໃນການປະຕິບັດລະບອບ-ລະບຽບ ຫຼັກການລວມສູນປະຊາທິປະໄຕ ມອບວຽກຢ່າງລະອຽດ ແລະ ມີຜົນສຳເລັດສູງ, ນອກນັ້ນກໍ່ຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນເພື່ອພັດທະນາຕົວເອງ ແລະ ອົງການຈັດຕັ້ງ.
Translate »
Scroll to Top