January 2026

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໃນວັນທີ 30 ທັນວາ 2025 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງ ພາຍຫຼັງທີ່ທັບນັກກິລາຂອງແຂວງໄດ້ສຳເລັດການເຂົ້້າຮ່ວມແຂ່ງຂັນໃນລະຫວ່າງວັນທີ 14-19 ທັນວາ 2025 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະການນຳຂອງພະແນກ, ແຂກຖືກເຊີນ ຕະຫຼອດເຖິງຄະນະຄູຝຶກ ພ້ອມດ້ວຍນັກກິລາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV Read More »

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມທັງຢັ້ງຢືນຍ້ອງຍໍ ຊາວໜຸ່ມ 4 ບຸກ ໃນວັນທີ 31 ທັນວາ 2025 ນີ້, ທີ່ ພະແນກດັ່ງກ່າວ ໂດຍເປັນປະທານຂອງ ສະຫາຍ ປອ ສຸລິເດດ ກຳມະການພັກແຂວງ ເລຂາຄະນະພັກຮັກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ຈັນທະລີ ອຸໄລສິດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມພອນ ດີລີວົງ ປະທານກຳມະບານຮາກຖານພະແນກ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ Read More »

ຄະນະນຳ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໃນຄັ້ງວັນທີ 17 ມັງກອນ 2026.

ໃນຕອນເຊົ້າວັນທີ 17 ມັງກອນ 2026 ທີ່ຜ່ານມາ ທີ່ມະຫາວິທະຍາໄລ ສຸພານຸວົງ ໄດ້ຕ້ອນຮັບການນໍາຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ ນໍາພາໂດຍ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ,ຄະນະພັກ-ຄະນະນໍາມະຫາວິທະຍາໄລ ສຸພານຸວົງ ແລະ ພະແນກສຶກສາ ແລະ ກິລາ ແຂວງຫຼວງພະບາງ, ກໍ່ໄດ້ຮ່ວມກັນວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີປະທານສຸພານຸວົງ ເພື່ອສະແດງຄວາມຈົງຮັກພັກດີ, ຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ,ເພື່ອປະຊາຊົນບັນດາເຜົ່າ ຕະຫຼອດໄລຍະພາລະກິດຕໍ່ສູ້ກູ້ຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດ.

ຄະນະນຳ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໃນຄັ້ງວັນທີ 17 ມັງກອນ 2026. Read More »

ສກຂ ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ ພ້ອມປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງ.

ພະແນກສຶກສາທິການ ແລະ ກິລາແຂວງ ຫລວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ເຜີຍແຜ່ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແກ້ໄຂອາດຍາກໍາທາງດ້ານອິນເຕີເນັດ ການພະນັນອອນລາຍ ພ້ອມທັງປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງການ ໃນວັນທີ 22 ມັງການ 2026 ນີ້ ທີ່ພະແນກດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ/ສູນ, ຜູ້ອໍານວຍການໂຮງຮຽນ, ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ສກຂ ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ ພ້ອມປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງ. Read More »

Translate »
Scroll to Top