June 2025

ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ໃໝ່

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ (ສກຂ) ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ຜູ້ໃໝ່ ໃນວັນທີ 6 ມັງກອນ2025 ທີ່ພະແນກສຶກສາທິການ ແລະ ກິລາແຂວງ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງແຕ່ງຕັ້ງຂອງ ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານ ຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ, ແຂກຖືກເຊີນ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ. ໃນພິທີ, ທ່ານ ເຊັບ ບຸນທັນ ຫົວໜ້າຂະແໜງຈັດຕັ້ງພະນັກງານພະແນກສຶກສາທິການ ແລະ ກິລາແຂວງໄດ້ຜ່ານຂໍໍ້ຕົກລົງຂອງທ່ານຫົວໜ້ພະແນກສຶກສາທິການ ແລະ ກິລາ ແຂວງວ່າດ້ວຍການຍົກຍ້າຍ,ສັບຊ້ອນບ່ອນປະຈໍາການຂອງພະນັກງານພາຍໃນພະແນກ ສຶກສາທິການ ແລະ […]

ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ໃໝ່ Read More »

6 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ສກຂ ຫຼວງພະບາງ ຖືກຢັ້ງຢືນ-ຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

6 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດພິທີ ສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເມື່ອວັນທີ 24 ທັນວາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີສະຫາຍ ຮອງເລຂາໜ່ວຍພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງ, ສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະຫາຍ ຫົວໜ້າ-ຮອງຫົວໜ້າຂະແໜງ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນພັກຮາກຖານພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ມີນາ ຈັນມະນີ ເລຂາໜ່ວຍພັກຫ້ອງການພະແນກສຶກສາທິການ ແລະ ກິລາແຂວງ ຕາງໜ້າ 6 ໜ່ວຍພັກ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການ

6 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ສກຂ ຫຼວງພະບາງ ຖືກຢັ້ງຢືນ-ຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ Read More »

Translate »
Scroll to Top