ສກຂ ຫຼວງພະບາງ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່.
ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່ ເມື່ອວັນທີ 10 ເມສາ 2025 ຜ່ານມານີ້, ທີ່ພະແນກສຶກສາທິການ ແລະ ກິລາ ແຂວງ, ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວມອບຂໍ້ຕົກລົງແຕ່ງຕັ້ງຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ມີທ່ານ ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຄະອຳນວຍການໂຮງຮຽນ, ພະນັກງານພາຍໃນພະແນກພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນພິທີ, ທ່ານ ປອ ຄຳຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງພະບາງ ສະບັບເລກທີ 471/ຈຂ.ຫຼບ, ລົງວັນທີ 4 ເມສາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ທະລາກອນ ບໍລະວົງ ອາດິດເຈົ້າເມືອງວຽງຄຳ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຂໍ້ຕົກລົງ ສະບັບເລກທີ 472/ຈຂ.ຫຼບ, ລົງວັນທີ […]
ສກຂ ຫຼວງພະບາງ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່. Read More »

