ໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ

ໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ ໄດ້ຈັດກອງປະຊຸມ ນຳສະເໜີຜົນຂອງການປະເມີນໂຄງການທ້າຍປີ ທຽບກັບເບື້ອງຕົ້ນ ແລະ ທ້າຍໂຄງການ ໃນວັນທີ 9 ພຶດສະພາ 2022 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງ ນໍ້າບາກ, ທ່ານ ອຳຄາ ແກ້ວອຳພອນ ຮອງເຈົ້າເມືອງໂພນທອງ, ມີ ທ່ານຫົວໜ້າໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ ປະຈຳແຂວງຫຼວງພະບາງ, ທ່ານ ຫົວໜ້າ-ຮອງຫົວໜ້າຂະແໜງກ່ອນໄວຮຽນພະແນກສອກສາທິການ ແລະ ກິລາແຂວງ, ຫົວໜ້າ-ຮອງຫົວໜ້າໜວຍງານ, ພະນັກງານຈາກໂຄງການ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.


ໃນກອງປະຊຸມ, ທ່ານ ທອງຈັນ ລັນສີ ຫົວໜ້າໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ ປະຈຳແຂວງຫຼວງພະບາງ ໄດ້ນຳສະເໜີສະພາບລວມຂອງໂຄງການໂດຍຫຍໍ້ວ່າ: ຮູບແບບຂອງການສຶກສາກ່ອນໄວຮຽນ ກຸ່ມພັດທະນາເດັກໃນຊຸມຊຸົນ ຫ້ອງກຽມປະຖົມ ແລະ ສອນຫ້ອງຄວບ ມີ 27 ໂຮງຮຽນເປົ້າໝາຍໃນ 2 ເມືອງ ແລະ ເລີ່ມຈັດຕັ້ງປະຕິບັດໃນເດືອນ ຕຸລາ 2019 ຫາ ມິຖຸນາ 2022 ລວມຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການໂດຍກົງ ເປົ້າໝາຍທີ່ຕັ້ງໄວ້ປີ 2019 ເທົ່າ 5.107 ຄົນ, ຜົນໄດ້ຮັບ 2022 ເທົ່າ 8.428 ຄົນ, ພ້ອມນີ້ຍັງໄດ້ລາຍງານເຖິງຜົນຂອງການປະເມີນທ້າຍໂຄງການທຽບເບື້້ອງຕົ້ນ ແລະ ໄລຍະກາງ ລວມທັງສະພາບບັນຫາ ສິ່ງທີ່ພົ້ນເດັ່ນ ແລະ ຂໍ້ສະເໜີຕ່າງໆ ຈາກນັ້ນຜູ້ແທນກອງປະຊຸມຈະໄດ້ຮ່ວມກັນປະກອບຄຳຄິດຄຳເຫັນແລກປ່ຽນໃສ່ໃນຮ່າງການປະເມີນຜົນຂອງໂຄງກາານໃນຕໍ່ໜ້າ ພ້ອມກັນນັ້ນຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ ແລະ ເມືອງໂພນທອງຈະໄດ້ນຳສະເໜີແຜນລະອຽດຂອງການດຳເນີນງານໂຄງການຂັ້ນບ້ານ ແຜນແຜນການສະໜັບສະໜູນດ້ານວິຊາການໃຫ້ແຕ່ລະບ້ານ. ສຳລັບຈຸດປະສົງຂອງໂຄງການແມ່ນເພື່ອປະເມີນຜົນກະທົບການພັດທະນາການຮຽນຮູ້ຂອງເດັກກ່ອນໄວຮຽນ ໂດຍນຳໃຊ້ເຄື່ອງມືປະເມີນຜົນການພັດທະນາການຂອງເດັກກ່ອນໄວຮຽນ, ປະເມີນການຮຽນຮູ້ ແລະ ເຄື່ອງຫຼີ້ນຢູ່ເຮືອນ ລວມທັງການມີສ່ວນຮ່ວມຂອງຜູ້ປົກຄອງທີ່ຫຼາກຫຼາຍ, ກິດຈະກຳ, ສະພາບແວດລ້ອມໃນການຮຽນຮູ້ຢູ່ເຮືອນ, ພື້ນຖານເສດຖະກິດສັງຄົມຕໍ່ຜູ້ປົກຄອງ ແລະ ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸໂຄງການເພີ່ມຂື້ນ ຫຼື ລຸດລົງຖ້າທຽບໃສ່ເບື້ອງຕົ້ນໂຄງການ.
ໂອກາດນີ້, ທ່ານ ນາງ ບົວທອງ ຕັນແສນສີ ໄດ້ກ່າວ ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆໂດຍມີຜົນສຳເລັດໃນຫຼາຍດ້ານຕະຫຼອດໄລຍະຜ່ານມາ ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກພາກສ່ວນຈົ່ງໄດ້ພ້ອມກັນປຶກສາຫາລື, ແລກປ່ຽນ ປະກອບຄຳຄິດຄຳເຫັນ ຕໍ່ກັບບັນຫາ ແລະ ສິ່ງທີ່ຍັງທ້າທາຍລວມທັງແຜນການລະອຽດ ເພື່ອພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ສະຫຼຸບຜົນການປະເມີນໃນທ້າຍໂຄງການໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ມີຄຸນນະພາບດີຂື້ນ.

Translate »
Scroll to Top