ແຂວງຫຼວງພະບາງ ຈັດພິທີມອບ ເງິນບຳເນັດ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໃນວັນທີ 30 ທັນວາ 2025 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງ ພາຍຫຼັງທີ່ທັບນັກກິລາຂອງແຂວງໄດ້ສຳເລັດການເຂົ້້າຮ່ວມແຂ່ງຂັນໃນລະຫວ່າງວັນທີ 14-19 ທັນວາ 2025 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະການນຳຂອງພະແນກ, ແຂກຖືກເຊີນ ຕະຫຼອດເຖິງຄະນະຄູຝຶກ ພ້ອມດ້ວຍນັກກິລາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານຜົນສຳເລັດໃນການເຂົ້າຮ່ວມງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ, ສຳລັບງານມະຫະກຳກິລາຄົນພິການແຫ່ງຊາດ ແຂວງຫຼວງພະບາງ ໄດ້ສົ່ງເຂົ້າຮ່ວມ 6 ປະເພດກິລາໃນ 20 ລາຍການແຂ່ງຂັນ, ມີຄະນະນຳ, ອະນຸກຳມະການຝ່າຍຕ່າງໆ ພ້ອມດ້ວຍ ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາ ລວມທັງໝົດ 50 ທ່ານ, ຍິງ 11 ທ່ານ, ຜ່ານການແຂ່ງຂັນຕົວຈິງ ລະຫວ່າງວັນທີ 15-18 ທັນວາ 2025 ຄະນະນັກກິລາແຂວງຫຼວງພະບາງສາມາດຍາດໄດ້ 3 ຫຼຽນຄໍາ, 6 ຫຼຽນເງິນ ແລະ 3 ຫຼຽນທອງ ລວມຫຼຽນທັງໝົດ 12 ຫຼຽນ ຢູ່ໃນອັນດັບທີ 12 ຂອງຕາຕະລາງສະຫຼຸບຫຼຽນໃນທົ່ວປະເທດ.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດໂອ້ລົມ ໂດຍຕາງໜ້າຄະນະພັກ-ຄະນະນຳຂອງແຂວງ, ຂອງພະແນກ ເຊີ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາຂອງແຂວງທຸກພາກສ່ວນ ທີ່ສາມາດຍາດໄດ້ຜົນງານອັນຍິ່ງໃຫຍ່ ແລະ ໜ້າຊົມເຊີຍທີ່ສຸດໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ແລະ ເປັນການສ້າງຊື່ສຽງແກ່ຊາວແຂວງຫຼວງພະບາງ ຢ່າງໜ້າເພີ່ງພໍໃຈ ແລະ ຄຽງຄູ່ກັນນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບຄູຝຶກ ແລະ ນັກກິລາທຸກພາກສ່ວນຈົ່ງໄດ້ພ້ອມກັນຮັກສາມູນເຊື້ອ ແລະ ເສີມຂະຫຍາຍໃນການສືບຕໍ່ພັດທະນາໂຕເອງກຽມພ້ອມເຂົ້າຮ່ວມງານມະຫະກຳມະກິລາຄັ້ງຕໍ່ໆໄປໃຫ້ສາມາດຍາດໄດ້ຜົນສຳເລັດທີ່ດີກວ່າເກົ່າ.








