ຫຼວງພະບາງ ສ້າງຂີດຄວາມສາມາດໃຫ້ແກ່ຄູເຝິກປະຈຳແຂວງນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ສຳລັບຊັ້ນປະຖົມສຶກສາ ຂັ້ນ ປ.4

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດກອງປະຊຸມເຝິກອົບຮົມການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ສຳລັບຊັ້ນປະຖົມສຶກສາ ຂັ້ນ ປ.4 ໃຫ້ແກ່ຄູເຝິກປະຈຳແຂວງ ໃນວັນທີ 6 ມິຖຸນາ 2022 ນີ້ ທີ່ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ປ.ອ ອານຸສິດ ມະໂນສານ ຄະນະອຳນວຍການໂຮງຮຽນວິທະຍາໄລຄູຫຼວງພະບາງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄູເຝິກຫຼັກແຫຼ່ງຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ຄູເຝິກຫຼັກແຫຼ່ງປະຈຳແຂວງ, ຕາງໜ້າຈາກອົງການມູນນິທິສໍແຫ່ງຄວາມຫວັງ ແລະ ຄູເຝິກຂັ້ນເມືອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ປ.ອ ອານຸສິດ ມະໂນສານ ຄະນະອຳນວຍການໂຮງຮຽນວິທະຍາໄລຄູຫຼວງພະບາງ ໄດ້ກ່າວວ່າ: ການຈັດເຝິກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ຄູເຝິກຫຼັກແຫຼ່ງປະຈຳແຂວງຫຼວງພະບາງກ່ຽວກັບການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ສຳລັບຊັ້ນປະຖົມສຶກສາຂັ້ນ ປ.4 ຄັ້ງນີ້ມີຄວາມສຳຄັນຫຼາຍຕໍ່ກັບການສຶກສາຂັ້ນພື້ນຖານ ເຊີ່ງໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນຕ້ອງໄດ້ເພີ່ມຄວາມຮັບຜິດຊອບຮ່ວມກັນ ຫັນເອົາການສຶກສາໃຫ້ມີຄຸນນະພາບໂດຍເລີ່ມຈາກຂັ້ນພື້ນຖານຂື້ນໄປ ແລະ ສິ່ງສຳຄັນສຳລັບການເຝິກອົບຮົມຄັ້ງນີ້ແມ່ນເພື່ອແນ່ໃສ່ການວິເຄາະ-ວິໄຈຕໍ່ກັບການປັບປຸງເນື້ອໃນຫຼັກສູດເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບການນຳໄປຈັດຕັ້ງປະຕິບັດໃນຂັ້ນທ້ອງຖິ່ນໃຫ້ມີຄຸນນະພາບດີຂື້ນກວ່າເກົ່າ.
ໂອກາດດັ່ງກ່າວ, ທ່ານ ນາງ ບົວທອງ ຕັນແສນສີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ກ່າວເປີດບັ້ນການເຝິກອົບຮົມຢ່າງເປັນທາງການ ພ້ອມນີ້, ທ່ານ ໄດ້ຮຽກຮ້ອງມາຍັງຄູເຝິກຫຼັກແຫຼ່ງທຸກທ່ານຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ສຸມທຸກສະຕິປັນຍາໃນການສົ່ງທອດຄວາມຮູ້, ເພີ່ມຄວາມຮັບຜິດຊອບສູງຕໍ່ກັບການຜັນຂະຫຍາຍເນື້ອໃນ ເອກະສານຕ່າງໆ ເພື່ອເຮັດໃຫ້ບັ້ນເຝິກອົບຮົມດັ່ງກ່າວມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ທັງຮັບປະກັນໃຫ້ໄດ້ຄຸນນະພາບທາງດ້ານເນື້ອໃນ ແລະ ນຳໄປຈັດຕັ້ງປະຕິບັດຢູ່ໃນຂົງເຂດຄວາມຮັບຜິດຊອບໃຫ້ໄດ້ຮັບຜົນດີ.
Translate »
Scroll to Top