ສກຂ ຫຼວງພະບາງ ແລະ ມະຫາວິທະຍາໄລພູເອີແຂວງຢຸນນານ ສປ ຈີນ ຫາລືຮ່ວມກັນດ້ານວຽກງານການຮັບເອົານັກຮຽນຂອງແຂວງຫຼວງພະບາງໄປສຶກສາຕໍ່ທີ່ມະຫາວິທະຍາໄລພູເອີແຂວງຢູນນານ ສປ ຈີນ.
ພະແນກສຶກສາທິການ ແລະ ກິລາແຂວງ(ສກຂ)ຫຼວງພະບາງ ແລະ ມະຫາວິທະຍາໄລພູເອີແຂວງຢຸນນານ ສປ ຈີນ ໄດ້ປຶກຫາລືຮ່ວມກັນດ້ານວຽກງານການຮັບເອົານັກຮຽນຂອງແຂວງຫຼວງພະບາງໄປສຶກສາຕໍ່ທີ່ມະຫາວິທະຍາໄລພູເອີແຂວງຢູນນານ ສປ ຈີນ ເມື່ອວັນທີ 22 ເມສາ 2025 ຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການເຂົ້າຢ້ຽມຢາມ-ພົບປະຂອງທ່ານ ແຈງຢອງ ຮອງອະທິການບໍດີມະຫາວິທະຍາໄລພູເອີ ແຂວງຢູນນານ ແຫ່ງ ປສ ຈີນ ແລະ ກ່າວຕ້ອນຮັບຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ການຮ່ວມມືດ້ານການກໍ່ສ້າງຊັບພະຍາກອນມະນຸດ ລະຫວ່າງ ແຂວງຫຼວງພະບາງ ກັບ ມະຫາວິທະຍາໄລຟູ ເອີ, ແຂວງຢຸນນານ ໄດ້ແບ່ງອອກເປັນ 3 ໄລຍະລະຄື: ໄລຍະທີໜຶ່ງເລີ່ມແຕ່ປີ 2008 – 2012, ແຂວງຫຼວງພະບາງໄດ້ຮັບທຶນຈາກວິທະຍາໄລຟູເອີ ຈໍານວນ 20 ທຶນ, ເປັນທຶນ 50% ຟຣີຄ່າຮຽນ ແລະ ຄ່າຫໍພັກ ແຕ່ບໍ່ມີເງິນເບ້ຍລຽ້ງ, ໄລຍະທີສອງ ແຕ່ປີ 2019 – 2022 ໄດ້ຮັບທຶນທັງໝົດ ຈໍວນ 6 ທຶນ/ປີ ໃນນັ້ນ ຈຳນວນ 01 ທຶນ ເປັນທຶນໃນແຜນ 100% (ຟຣີຄ່າຮຽນ, ຄ່າຫໍພັກ ແລະ ມີເບ້ຍລຽງ 600 ຢວນ/ເດືອນ, ນອກນັ້ນຜູ້ຮຽນຮັບຜິດຊອບເອງ ໝົດ) ແລະ ຈຳນວນ 05 ທຶນ ເປັນທຶນໃນແຜນ 50% (ຟຣີຄ່າຮຽນ ແລະ ຄ່າຫໍພັກ ແຕ່ມີເງິນເບ້ຍລ້ຽງ ແລະ ຮັບຜິດຊອບເອງທັງໝົດ) ແລະ ໄລຍະທີສາມສົກປີ 2023 ແລະ 2024 ແມ່ນໄດ້ຮັບ 13 ທຶນ/ປີ ໃນນັ້ນ ຈໍານວນ 03 ທຶນ ເປັນທຶນໃນແຜນ 100% (ຟຣີຄ່າຮຽນ, ຄ່າຫໍພັກ ແລະ ມີເບ້ຍລຽ້ງ 600 ຢວນ/ເດືອນ, ນອກນັ້ນຜູ້ຮຽນຮັບຜິດຊອບເອງໝົດ) ແລະ ຈຳນວນ 05 ທຶນ ເປັນທຶນໃນແຜນ 50% (ຟຣີຄ່າຮຽນ ແລະ ຄ່າຫໍພັກ ແຕ່ມີເງິນເບ້ຍລຽ້ງ ແລະ ຮັບຜິດຊອບເອງທັງໝົດ) ໂດຍລວມແລ້ວການຮ່ວມມືຂອງສອງຝ່າຍຕະຫຼອດໄລຍະທີ່ຜ່ານມາແມ່ນປະຕິບັດໄດ້ດີ ໂດຍສະເພາະ ແມ່ນການຊ່ວຍເຫຼືອທຶນການສຶກສາໃຫ້ແກ່ແຂວງຫຼວງພະບາງ ແລະ ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນ ຮ່ວມມືຂອງລັດທະບານສອງຝ່າຍ ລາວ-ຈີນ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ມີຄວາມຍິນດີໃນການສືບຕໍ່ສົ່ງເສີມການຮ່ວມກັບມະຫາວິທະຍາໄລຟູເອີ ແຂວງຢູນນານ ໂດຍສະເພາະແມ່ນວຽກງານການ ກໍ່ສ້າງຊັບພະຍາກອນມະນຸດຂອງແຂວງຫຼວງພະບາງ.




