ສກຂ ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ ພ້ອມປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງ.

ພະແນກສຶກສາທິການ ແລະ ກິລາແຂວງ ຫລວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ເຜີຍແຜ່ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແກ້ໄຂອາດຍາກໍາທາງດ້ານອິນເຕີເນັດ ການພະນັນອອນລາຍ ພ້ອມທັງປະກາດປັບປຸງ-ຊັບຊ້ອນພະນັກງານພາຍໃນພະແນກບາງຂະແໜງການ ໃນວັນທີ 22 ມັງການ 2026 ນີ້ ທີ່ພະແນກດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ/ສູນ, ຜູ້ອໍານວຍການໂຮງຮຽນ, ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.
ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍສໍາຄັນຫຼາຍ ເພາະຈະໄດ້ພ້ອມກັນຮັບຮູ້ ແລະ ເຊື່ອມຊຶມບັນດາ 4 ເອກະສານ ທີ່ກ່ຽວຂ້ອງກັບການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ທີ່ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນບັນດາເຜົ່າ ພາຍໃຕ້ຄວາມຖືກຕ້ອງສອດຄ່ອງກັບ ລັດຖະທໍາມະນູນ ແລະ ກົດໝາຍ, ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈແຈ້ງ ເປັນເອກະພາບກັນ ຕໍ່ກັບວຽກງານການເລືອກຕັ້ງ ພ້ອມທັງເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານລັດຖະກອນພວກເຮົາໄດ້ນໍາເອົາເອກະສານ ທີ່ໄດ້ຮັບການເຜີຍແຜ່-ເຊື່ອມຊຶມໃນຄັ້ງນີ້, ໄປຈັດຕັ້ງ, ຜັນຂະຫຍາຍ ແລະ ປະຕິບັດໃຫ້ປະກົດຜົນເປັນຈິງ ສອດຄ່ອງກັບຈຸດພິເສດຂອງແຕ່ລະພາກສ່ວນ ເພື່ອເສີມຂະຫຍາຍສິດປະຊາທິປະໄຕ ແລະ ສິດເປັນເຈົ້າຕົນເອງ ທີ່ຖືກຕ້ອງຕາມກົດໝາຍ. ຂະນະດຽວກັນ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຂຶ້ນເຜີຍແຜ່ ມະຕິກົມການເມືອງສູນກາງພັກ ກ່ຽວກັບ ການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານ ເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານ ກໍາແໜ້ນເນື້ອໃນສໍາຄັນ ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ ດໍາເນີນຖືກຕ້ອງຕາມກົດໝາຍ, ສອດຄອ່ງກັບສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ ແລະ ເອກະສານແຜນດໍາເນີນງານ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຂັ້ນແຂວງ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ປະກົດຜົນເປັນຈິງ, ຈາກນັ້ນຜູ້ແທນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແກ້ໄຂອາດຍາກໍາທາງດ້ານອິນເຕີເນັດ ການພະນັນອອນລາຍ ຕື່ມອີກ.
ພ້ອມດຽວກັນນີ້, ທ່ານ ນາງ ເລີດມະນີ ລັດຕະນະຄົມ ຮອງຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ພັດທະນາຄູ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 045/ສກຂ.ຫຼບ, ລົງວັນທີ 20 ມັງກອນ 2026 ວ່າດ້ວຍການປັບປຸງຊັບຊ້ອນພະນັກງານລັດຖະກອນພາຍໃນພະແນກສຶກສາທິການ ແລະ ກິລາແຂວງ ໂດຍເຫັນດີປັບປຸງ ຊັບຊ້ອນພະນັກງານ-ລັດຖະກອນຈຳນວນ 10 ທ່ານ, ຍິງ 5 ທ່ານ,ໃນນີ້ມີພະນັກງານທີ່ຮຽນຈົບຈາກການໄປຍົກລະດັບວິຊາສະເພາະຈຳນວນ 2 ທ່ານ, ຍິງ 1 ທ່ານ ບັນຈຸເຂົ້າໃນຂະແໜງການຕ່າງໆພາຍໃນພະແນກສຶກສາທິການ ແລະ ກິລາແຂວງ ໂດຍປະກອບມີ 1) ທ່ານ ຈັນສີ ສີສະຫວັດ ຮອງຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ພົວພັນຕ່າງປະເທດ ເປັນຫົວໜ້າໜ່ວຍງານວິຊາການ ສູນການສຶກສານອກໂຮງຮຽນ, 2) ທ່ານ ບັນຊາ ສຸນາເຄນ ຮອງຫົວໜ້າຂະແໜງວິທະຍາສາດ-ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ເປັນຮອງຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ພົວພັນຕ່າງປະເທດ, 3) ທ່ານ ນາງ ແສງດາວອນ ເພັດລາສີ ວິຊາການຂະແໜງຈັດຕັ້ງ ແລະ ພັດທະນາຄູ ເປັນວິຊາການແໜງສະຖິຕິ-ແຜນການ ແລະ ພົວພັນຕ່າງປະເທດ, 4) ທ່ານ ນາງ ແສງອາທິດ ກຸນລະບຸດ ວິຊາການທະແໜງຈັດຕັ້ງ ແລະ ພັດທະນາຄູ ເປັນວິຊາການຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, 5) ທ່ານ ນາງ ນິດທິກອນ ແກ້ວທອງເພັດ ວິຊາການຂະແໜງວິທະຍາສາດ-ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ເປັນວິຊາການຂະແໜງບໍລິຫານ-ການເງິນ, 6) ທ່ານ ນາງ ວຽງຄອນ ປະເສີດໄຊ ເປັນວິຊາການສູນການສຶກສານອກໂຮງຮຽນ, 7) ທ່ານ ແສງດາວ ແກ້ວບັງອອນ ເປັນວິຊາການຂະແໜງຈັດຕັ້ງພະນັກງານ ແລະ ພັດທະນາຄູ, 😎. ທ່ານ ທອງລອນ ຈັນທະສອນ ຄູສອນໂຮງຮຽນ ມສ ປ່ອງຄໍາ ເປັນວິຊາການຂະແໜງບໍລິຫານ-ການເງິນ, 9) ທ່ານ ຄໍາລ້ານ ຈັນທະນິດ ເປັນວິຊາການຂະແໜງສາມັນສຶກສາ ແລະ 10) ທ່ານ ນາງ ແສງອາທິດ ຂິນໄຊຍະພອນ ເປັນວິຊາການຂະແໜງຈັດຕັ້ງ-ພະນັກງານ ແລະ ພັດທະນາຄູ.
Translate »
Scroll to Top