ສກຂ ຫຼວງພະບາງ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່.

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່ ເມື່ອວັນທີ 10 ເມສາ 2025 ຜ່ານມານີ້, ທີ່ພະແນກສຶກສາທິການ ແລະ ກິລາ ແຂວງ, ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວມອບຂໍ້ຕົກລົງແຕ່ງຕັ້ງຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ມີທ່ານ ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຄະອຳນວຍການໂຮງຮຽນ, ພະນັກງານພາຍໃນພະແນກພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ປອ ຄຳຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງພະບາງ ສະບັບເລກທີ 471/ຈຂ.ຫຼບ, ລົງວັນທີ 4 ເມສາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ທະລາກອນ ບໍລະວົງ ອາດິດເຈົ້າເມືອງວຽງຄຳ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຂໍ້ຕົກລົງ ສະບັບເລກທີ 472/ຈຂ.ຫຼບ, ລົງວັນທີ 4 ເມສາ 2025 ວ່າດ້ວຍການຍົກຍ້າຍ ທ່ານ ທະລາກອນ ບໍລະວົງ ອາດິດ ຮັກສາການເລຂາພັກເມືອງ ເຈົ້າເມືອງວຽງຄໍາ ໄປປະຈຳການຢູ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວສະແດງຄວາມຍິນດີ ແລະ ດີໃຈ ນໍາທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜູ້ໃຫມ່ເພື່ອມາຊ່ວຍຊີ້ນຳນຳພາ ແລະ ນຳເອົາຄວາມຮູ້ ປະສົບການຂອງທ່ານມາຖ່າຍທອດ ແລກປ່ຽນແບບແຜນວິທີການເຮັດວຽກຮ່ວມກັນ, ມີຄວາມສາມັກຄີກັນ, ກຳແໜ້ນວຽກງານທີ່ຮັບຜິດຊອບໃນທຸກດ້ານ, ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ຈົ່ງຮ່ວມມືກັນເອົາໃຈໃສ່ພັດທະນາວຽກງານການສຶກສາ ແລະ ກິລາ ໃຫ້ມີຄຸນນະພາບດີຂື້ນເທື່ອລະກ້າວ.
Translate »
Scroll to Top