ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ໃໝ່

 
ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ (ສກຂ) ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ຜູ້ໃໝ່ ໃນວັນທີ 6 ມັງກອນ2025 ທີ່ພະແນກສຶກສາທິການ ແລະ ກິລາແຂວງ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງແຕ່ງຕັ້ງຂອງ ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານ ຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ, ແຂກຖືກເຊີນ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.
 
ໃນພິທີ, ທ່ານ ເຊັບ ບຸນທັນ ຫົວໜ້າຂະແໜງຈັດຕັ້ງພະນັກງານພະແນກສຶກສາທິການ ແລະ ກິລາແຂວງໄດ້ຜ່ານຂໍໍ້ຕົກລົງຂອງທ່ານຫົວໜ້ພະແນກສຶກສາທິການ ແລະ ກິລາ ແຂວງວ່າດ້ວຍການຍົກຍ້າຍ,ສັບຊ້ອນບ່ອນປະຈໍາການຂອງພະນັກງານພາຍໃນພະແນກ ສຶກສາທິການ ແລະ ກິລາແຂວງ. ຈາກນັ້ນ ທ່ານ ປອ ຄຳຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັັ້ງແຂວ ງຂື້ນຜ່ານຂໍໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ສະບັບເລກທີ 207/ຈຂ.ຫຼບ, ລົງວັນທີ 26 ທັນວາ 2024 ວ່າດ້ວຍການແຕ່ງຕັັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍປະກອບມີ ທ່ານ ບຸນເສັງ ພິລາວັນ ຫົວໜ້າຂະແໜງສະຖິຕິແຜນການ ພົວພັນຮ່ວມມື ແລະ ພັດທະນາ ຊັບພະຍາກອນມະນຸດ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ມີນາ ຈັນມະນີ ຫົວໜ້າຂະແໜງກວດກາ ປະເມີນຜົນ ແລະ ປະກັນຄຸນນະພາບ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ອ່ອນຈັນ ແສງຄໍາ ຮອງອໍານວຍການ ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ.
 
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວສະແດງຄວາມຍິນດີ ແລະ ດີໃຈ ນໍາທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜູ້ໃໝ່ທັງ 3 ທ່ານ ເພື່ອມາຊ່ວຍຊີ້ນຳນຳພາ ແລະ ນຳເອົາຄວາມຮູ້ ປະສົບການຂອງທ່ານມາຖ່າຍທອດ ແລກປ່ຽນແບບແຜນວິທີການເຮັດວຽກຮ່ວມກັນ, ມີຄວາມສາມັກຄີກັນ, ກຳແໜ້ນວຽກງານທີ່ຮັບຜິດຊອບໃນທຸກດ້ານ, ພ້ອມເຊື່ອໝັ້ນວ່າທ່ານຈະນຳເອົາປະສົບການແບບແຜນວິທີເຮັດວຽກທີດີຂອງທ່ານເຂົ້າມາປະກອບສ່ວນພັດທະນາວຽກງານສຶກສາຂອງແຂວງຫຼວງພະບາງ ໃຫ້ໄປໄດ້ດີ ແລະ ຈະກາຍເປັນກໍາລັງແຮງໃນການນໍາພາທີ່ດີອັນໜຶ່ງຢູ່ໃນພະແນກສຶກສາທິການ ແລະ ກິລາແຂວງເພື່ອໃຫ້ພັດທະນາຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ຈົ່ງຮ່ວມມືກັນເອົາໃຈໃສ່ພັດທະນາວຽກງານການສຶກສາ ແລະ ກິລາ ໂດຍສະເພາະສຸມໃສ່ບັນດາຕົວຊີ້ວັດຂະແໜງການສຶກສາທີ່ສະພາປະຊາຊົນໄດ້ຮັບຮອງໄວ້ໃຫ້ບັນລຸຕາມຄາດໝາຍແຜນການທີ່ວາງໄວ້ ແລະ ພ້ອມກັນພັດທະນາຄຸນນະພາບການຮຽນການສອນໃຫ້ໄດ້ຄຸນນະພາບ, ກະຕຸກຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ເຂົ້າຮຽນຫຼາຍຂຶ້ນ, ພ້ອມທັງມີການຫັນປ່ຽນປະຕິຮູບການສຶກສາໃຫ້ດີຂຶ້ນ, ຊອກຫາວິທີແກ້ໄຂເພື່ອເຮັດແນວໃດໃຫ້ລູກຫຼານໄດ້ເຂົ້າຮຽນໃນສາຍວິຊາຊີບ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກໄປພ້ອມກັນ ເພື່ອເຮັດໃຫ້ວຽກງານການສຶກສາ ແລະ ກິລາ ນັບມື້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
 
ຄະນະດຽວກັນນີ້, ທ່ານ ບຸນເສັງ ພິລາວັນ ໄດ້ຕາງໜ້າຄະນະພະແນກຊຸດໃໝ່ທັງ 3 ທ່ານ ຂຶ້ນກ່າວຮັບໜ້າທີ່ວ່າ: ການມອບໝາຍໜ້າທີ່ໃໝ່ ແລະ ຄວາມຄາດຫວັງຂອງການຈັດຕັ້ງໃນຄັ້ງນີ້ ເປັນທັງຂວັນກໍາລັງໃຈອັນໃຫຍ່ຫຼວງຕໍ່ຊີວິດການເຮັດວຽກຂອງພວກຂ້າພະເຈົ້າ ແລະ ສະແດງໃຫ້ເຫັນຄວາມຮັບຜິດຊອບອັນໃໝ່ໃຫຍ່ກວ່າເກົ່າທີ່ພວກຂ້າພະເຈົ້າກໍາລັງຈະຮັບຜິດຊອບໃນຕໍ່ໜ້າອັນໃກ້ໆນີ້ ແລະ ຂໍຮັບເອົາໜ້າທີ່ອັນມີກຽດສັກສີທີ່ສູງສົ່ງນີ້ຕາມການມອບໝາຍຂອງການຈັດຕັ້ງ ພ້ອມນີ້ ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສຸມທຸກສະຕິປັນຍາ ແລະ ເຮື່ອແຮງຂອງຕົນເຂົ້າໃນການປະຕິບັດໜ້າທີ່ໃຫ້ດີທີ່ສຸດ ແລະ ເຊື່ອໝັ້ນວ່າທຸກທ່ານຈະໃຫ້ຄວາມຮ່ວມມື ແລະ ຮ່ວມກັນສືບຕໍ່ປະຕິບັດພາລະກິດການສຶກສາ ແລະ ກິລາ ຕາມທີ່ພັກ ແລະ ລັດຖະບານໄດ້ມອບໝາຍໃຫ້ ກໍ່ຄືໜ້າທີ່ໃໝ່ຂອງພວກຂ້າພະເຈົ້າທີ່ການຈັດຕັ້ງໄດ້ມອບໝາຍໃຫ້ ແລະ ຍາດໃຫ້ໄດ້ຜົນສໍາເລັດ ອັນໃໝ່ໃຫຍ່ກວ່າເກົ່າມາໃຫ້ຂະແໜງການຂອງພວກເຮົາ, ພ້ອມຈະນໍາເອົາຄຳຊີ້ນໍາຈາກທ່ານຮອງເຈົ້າແຂວງຫຼວງພະບາງ, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄປຈັດຕັ້ງຜັນຂະຫຍາຍເກີດດອກອອກຜົນ.
 
Translate »
Scroll to Top