ຄະນະນຳ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໃນຄັ້ງວັນທີ 17 ມັງກອນ 2026.

ໃນຕອນເຊົ້າວັນທີ 17 ມັງກອນ 2026 ທີ່ຜ່ານມາ ທີ່ມະຫາວິທະຍາໄລ ສຸພານຸວົງ ໄດ້ຕ້ອນຮັບການນໍາຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ ນໍາພາໂດຍ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ,ຄະນະພັກ-ຄະນະນໍາມະຫາວິທະຍາໄລ ສຸພານຸວົງ ແລະ ພະແນກສຶກສາ ແລະ ກິລາ ແຂວງຫຼວງພະບາງ, ກໍ່ໄດ້ຮ່ວມກັນວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີປະທານສຸພານຸວົງ ເພື່ອສະແດງຄວາມຈົງຮັກພັກດີ, ຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ,ເພື່ອປະຊາຊົນບັນດາເຜົ່າ ຕະຫຼອດໄລຍະພາລະກິດຕໍ່ສູ້ກູ້ຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດ.
ຈາກນັ້ນ ສະຫາຍ ຮສ. ວິລະ ອາໂນລັກ ຜູ້ອຳນວຍການມະຫາວິທະຍາໄລ ສຸພານຸວົງ ໄດ້ນຳພາທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ຢ້ຽມຊົມບັນຍາກາດພາຍນອກ ອາຄານສຳນັກງານຜູ້ອຳນວຍການມະຫາວິທະຍາໄລ ສຸພານຸວົງ.
ໂອກາດດັ່ງກ່າວ ທ່ານ ຮສ. ວິລະ ອາໂນລັກ ໃນນາມຕາງໜ້າ ຄະນະພັກ, ຄະນະນຳມະຫາວິທະຍາໄລ ສຸພານຸວົງ ແລະ ພະແນກສຶກສາ ແລະ ກິລາແຂວງຫຼວງພະບາງ ໄດ້ສະແດງຄວາມຄຳນັບຊົມເຊີຍ ແລະ ຍິນດີຕ້ອນຮັບການນໍາ ຂັ້ນສູງກະຊວງສຶກສາທິການ ແລະ ກິລາ ທີມາຢ້ຽມຍາມ ແລະ ເຄື່ອນໄຫວເຮັດວຽກຄັ້ງນີ້
ພ້ອມດຽວກັນນັ້ນ, ທ່ານຜູ້ອຳນວຍການມະຫາວິທະຍາໄລ ສຸພານຸວົງ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ກໍ່ຂຶ້ນຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບ ຜົນສໍເລັດໃນການຈັດປະຕິບັດແຜນພັດທະນາການສຶກສາໃນໄລຍະທີ່ຜ່ານມາ ແລະ ທິດທາງແຜນພັດທະນາໃນອະນາຄົດ.
ໃນຕອນທ້າຍ, ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດມີຄຳເຫັນ ແລະ ຊີ້ນຳຕໍ່ກອງປະຊຸມດັ່ງນີ້: ກ່ອນອືນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທັງສອງພາກສ່ວນທີ່ໄດ້ເອົາໃຈໃສນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສາມາດຍາດໄດ້ຜົນສໍາເລັດ ແລະ ເຮັດໃຫ້ວຽກງານການສຶກສາໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ແລະ ໃນຕໍ່ໜ້າຂໍໃຫ້ສືບຕໍ່ສຸມໃສ່ ພັດທະນາການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ຄວບຄູ່ກັນ ເພື່ອໃຫ້ສອດຄ່ອງກັບພາລະບົດບາດ, ສ້າງການຫັນປ່ຽນໃນວຽກງານການສຶກສາ ແລະ ສາມາດເຊື່ອມໂຍງກັບພາກພື້ນ-ສາກົນ.
Translate »
Scroll to Top