ຂະແໜງສະຖິຕິ-ແຜນການ, ການພົວພັນຕ່າງປະເທດ ແລະ ພັດທະນາຊັບພະຍາກອນມະນຸດ

ໜ້າທີ່ຂອງຂະແໜງ
  1. ຄົ້ນຄວ້າ, ຜັນຂະຫຍາຍ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງສະຖິຕິ-ແຜນການ ແລະ ການພົວພັນຕ່າງປະເທດໃຫ້ສອດຄ່ອງກັບກົດໝາຍລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
  2. ວາງແຜນຂະຫຍາຍ ແລະ ພັດທະນາການສຶກສາໄລຍະສັ້ນ, ກາງ ແລະ ຍາວພາຍໃນແຂວງ;
  3. ສັງລວມແຜນພັດທະນາຊັບພະຍາກອນມະນຸດໃນແຂວງ;
  4. ເກັບກຳ ແລະ ວິໄຈສະຖິຕິຂໍ້ມູນການສຶກສາ ແລະ ກິລາ, ສ້າງ ແລະ ດັດປັບແຜນທີ່ການສຶກສາຂອງແຂວງ;
  5. ສ້າງຖານຂໍ້ມູນສະຖິຕິຂັ້ນແຂວງ ແລະ ຂັ້ນເມືອງໃຫ້ຢູ່ໃນລະບົບເຄືອຂ່າຍອັນດຽວກັບກະຊວງສຶກສາທິການ ແລະ ກິລາ;
  6. ກະກຽມການເຊັນສັນຍາຮ່ວມມື ແລະ ບົດບັນທຶກຄວາມເຂົ້າໃຈກັບຄູ່ຮ່ວມພັດທະນາຕາມການມອບໝາຍ;
  7. ພົວພັນ ແລະ ປະສານງານດ້ານການຮ່ວມມືກ່ຽວກັບວຽກງານການສຶກສາ ແລະ ກິລາ ກັບອົງການຈັດຕັ້ງສາກົນພາຍໃນແຂວງ ແລະ ຕ່າງປະເທດ;
  8. ຕິດຕາມ ແລະ ປະເມີນການປະຕິບັດແຜນການ, ແຜນງານ ແລະ ໂຄງການພັດທະນາການສຶກສາ ແລະ ກິລາ;
  9. ຕິດຕາມ, ກວດກາ, ປະເມິນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃນຂະແໜງເປັນປົກກະຕິ;
  10. ຊຸກຍູ້, ສົ່ງເສີມສະຖາບັນການສຶກສາ, ສູນສຶກສາໃຫ້ບັນລຸ 3 ຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງເປັນຮູບປະທຳ ແລະ ສາມາດປະເມີນຜົນໄດ້;
  11. ຮ່ວມືກັບຜູ້ປະກອບການຂະແໜງເສດຖະກິດຕ່າງໆ ແລະ ສະຖາບັນການສຶກສາທັງພາຍໃນ ແລະ ຕ່າງປະເທດໃນການກໍ່ສ້າງແຮງງານໃຫ້ມີທັກສະສີມືແຮງງານທີ່ແນ່ນອນສາມາດປະກອບການທາງທຸລະກຳເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນການພັດທະນາເສດຖະກິດ-ສັງຄົມ;
  12. ສ້າງ ແລະ ປັບປຸງພື້ນຖານໂຄງລ່າງທີ່ຈຳເປັນ, ສະໜອງອຸປະກອນຮັບໃຊ້ໃຫ້ແກ່ການຮຽນ-ການສອນ, ສິ່ງອຳນວຍຄວາມສະດວກໃຫ້ແກ່ສະຖານການສຶກສາສາຍສາມັນ, ເພື່ອຫຼຸດຜ່ອນອັດຕາການປະລະການຮຽນ ແລະ ເພີ່ມອັດຕາການເຂົ້າຮຽນໃຫ້ສູງຂຶ້ນ;
  13. ສົ່ງເສີມການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ ແລະ ການບໍລິການດ້ານວິຊາການໃຫ້ຫຼາຍຂື້ນ;
  14. ປະຕິບັດວຽກງານອື່ນຕາມການມອບໝາຍຂອງພະແນກ;
ທ່ານ
ຫົວໜ້າຂະແໜງ
ທ່ານ ນາງ ສຸດາລັດ ບົວສະຫວັນ
ຮອງຫົວໜ້າຂະແໜງ
ທ່ານ ຈັນສີ ສີສະຫວັດ
ຮອງຫົວໜ້າຂະແໜງ
ທ່ານ ໝອນແກ້ວ ມີໄລທອງ
ວິຊາການ
ທ່ານ ອຳມາລາ ຈັນທະມາລີ
ວິຊາການ
Translate »
Scroll to Top