- ໜ້າທີ່ຂອງຂະແໜງ
- ຄົ້ນຄວ້າ,ຜັນຂະຫຍາຍ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງຈັດຕັ້ງ ແລະ ພະນັກງານໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
- ຈັດຕັ້ງເຜີຍແຜ່ມະຕິ, ຂໍ້ກຳນົດ, ລະບຽບຫຼັກການ ແລະ ນິຕິກຳຕ່າງໆຕາມການມອບໝາຍຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ;
- ວາງແຜນພັດທະນາວຽກງານຕ່າງໆຂອງຂະແໜງ;
- ສັງລວມແຜນຄວາມຕ້ອງການ, ແຜນຝຶກອົບຮົມ, ຍົກລະດັບ ແລະ ພັດທະນາພະນັກງານລັດຖະກອນສຶກສາ ແລະ ກິລາ ພາຍໃນແຂວງ;
- ຄົ້ນຄວາ ແລະ ນຳສະເໜີການປັບປຸງກົງຈັກການຈັດຕັ້ງ ແລະ ກຳນົດຕຳແໜ່ງງານພາຍໃນແຂວງ;
- ຄົ້ນຄວ້າ ແລະ ນຳສະເໜີການປະຕິບັດນະໂຍບາຍສະຫວັດດີການ, ການບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງປົດຕຳແໜ່ງ, ເລື່ອນຊັ້ນ-ຂັ້ນເງີນເດືອນ, ບຳເນັດດ ບຳນານ, ລາພັກດ ເສຍຊີວິດ, ຍ້ອງຍໍ ແລະ ປະຕິບັດວິໄນໃຫ້ພະນັກງານ-ລັດຖະກອນພາຍໃນແຂວງ;
- ຄຸ້ມຄອງກອງທຶນ, ສະຫວັດດີການແຫ່ງຊາດພາຍໃນແຂວງ;
- ຮັບຜິດຊອບວຽກງານກໍ່ສ້າງພັກ ແລະ ວຽກງານອົງການຈັດຕັ້ງມະຫາຊົນພາຍໃນແຂວງ;
- ຄົ້ນຄວ້າ ແລະ ນຳສະເໜີຄັດເລືອກຕຳແໜ່ງວິຊາການຄູ, ນາມມະຍົດຄູໂດຍສົມທົບກັບຂະແໜງການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
- ຄຸ້ມຄອງພະນັກງານ-ລັດຖະກອນສຶກສາ ແລະ ກິລາຕາມລະບຽບການ;
- ຄຸ້ມຄອງຖານຂໍ້ມູນ ແລະ ສຳນວນເອກະສານລັດຖະກອນສຶກສາ ແລະ ກິລາ ພາຍໃນແຂວງ;
- ສ້າງແຜນ, ຝຶກອົບຮົມ, ບຳລຸງ ແລະ ຍົກລະດັບຄູໃນໄລຍະສັ້ນແຕ່ລະປະເພດທັງໃນ ແລະ ນອກໂຮງຮຽນລວມທັງສຶກສານິເທດພາຍໃນແຂວງ, ໂດຍປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ຄຸ້ມຄອງ ແລະ ຊີ້ນຳສູນພັດທະນາຄູພາຍໃນແຂວງ;
- ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນຂະແໜງເປັນປົກກະຕິ
- ວິໄຈຂໍ້ມູນ, ວາງແຜນການພັດທະນາຄູໃຫ້ສອດຄ່ອງກັບການວາງແຜນພັດທະນາການສຶກສາພາຍໃນແຂວງ;
- ຄົ້ນຄວ້າ, ຜັນຂະຫຍາຍສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານພັດທະນາຄູໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍ;

ທ່ານ ເຊັບ ບຸນທັນ
ຫົວໜ້າຂະແໜງ

ທ່ານ ນາງ ບົວລຽນ ຈັນທະວົງ
ຮອງຫົວໜ້າຂະແໜງ

ທ່ານ ນາງ ແສງອາທິດ ກຸນລະບຸດ
ວິຊາການ

ທ່ານ ຈັນໂທ ສຸລິຍະສັກ
ວິຊາການ

ທ່ານ ນາງ ແສງດາວອນເພັດລາສີ
ວິຊາການ

ທ່ານ ນາງ ເລີດມະນີ ລັດຕະນະຄົມ
ວິຊາການ

ທ່ານ ນາງ ວິລາວັນ ສົມພາວັນ
ວິຊາການ
