ໜ້າທີ່ຂອງຂະແໜງ
- ຄົ້ນຄວ້າ, ຜັນຂະຫຍາຍ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
- ຄົ້ນຄວ້າ ແລະ ວາງແຜນການລົບລ້າງຄວາມບໍ້ຮູ້ໜັງສື, ຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
- ຮັບຜິດຊອບວຽກງານລົບລ້າງຄວາມບໍ່ຮູ້ໜັງສື, ຍົກລະດັບຊັ້ນປະຖົມ ແລະ ມັດທະຍົມສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານພາຍໃນແຂວງ;
- ຄຸ້ມຄອງ ແລະ ອອກໃບປະກາສະນິຍະບັດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ;
- ຊີ້ນຳການຈັດຕັ້ງການຮຽນ-ການສອນ, ການປະຕິບັດເນື້ອໃນຫຼັກສູດ, ການສອບເສັງການລົບລ້າງຄວາມບໍ່ຮູ້ໜັງສື, ຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
- ຄັດເລືອກ ແລະ ຄຸ້ມຄອງຄູການສຶກສານອກໂຮງຮຽນ ແລະ ຄູຝຶກວິຊາຊີບໃນສາຂາຕ່າງໆ;
- ຄຸ້ມຄອງ ແລະ ຊີ້ນຳ ສູນບຳລຸງຍົກລະດັບການສຶກສາ, ສູນການສຶກສານອກໂຮງຮຽນ, ການສຶກສາທາງໄກ ແລະ ການນຳໃຊ້ເຕັກໂນໂລຊີເພື່ອການສຶກສາ;
- ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນຂະແໜງເປັນປົກກະຕິ;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍ;

ທ່ານ ສາຍສະຫວາດ ປັນຍາໄຊ
ຫົວໜ້າຂະແໜງ

ທ່ານ ອ່ອນສີ ພົງສະຫວັນ
ຮອງຫົວໜ້າຂະແໜງ

ທ່ານ ນາງ ພຸດສະດາ ອິນທະວົງ
ວິຊາການ

ທ່ານ ບຸນໜາ ອິນທະແສງ
ວິຊາການ
