ໜ້າທີ່ຂອງຂະແໜງ:
- ຄົ້ນຄວ້າ, ຜັນຂະຫຍາຍ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂະແໜງການສຶກສາກ່ອນໄວຮຽນໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະໄລຍະ;
- ເປັນເສນາທິການໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ໃນການຂຶ້ນແຜນປັບປຸງ ແລະ ຂະຫຍາຍການສຶກສາກ່ອນໄວຮຽນພາຍໃນແຂວງໃຫ້ສອດຄ່ອງກັບນະໂຍບາຍປະຕິຮູບລະບົບການສືກສາແຫ່ງຊາດ ແລະ ແຜນພັດທະນາການສຶກສາ ແລະ ກິລາ ໃນແຕ່ລະໄລຍະ;
- ຊີ້ນຳ ແລະ ຕິດຕາມການສ້າງໂຮງຮຽນຕົວແບບສຳລັບການສຶກສາກ່ອນໄວຮຽນພາຍໃນແຂວງ;
- ຊີ້ນຳ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃຫ້ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດແຫ່ງຊາດ;
- ຊີ້ນຳ ແລະ ຕິດຕາມການນິເທດການຮຽນ-ການສອນໃນຖານການສຶກສາກ່ອນໄວຮຽນ;
- ຄົ້ນຄວ້າຕຳແໜ່ງວິຊາການຄູສຳລັບຄູສອນຊັ້ນການສຶກສາກ່ອນໄວຮຽນ;
- ຄຸ້ມຄອງ ແລະຊຸກຍູ້ສົ່ງເສີມສະຖານການສຶກສາກ່ອນໄວຮຽນທັງພາກລັດ ແລະ ເອກະຊົນ;
- ຄຸ້ມຄອງ ແລະ ສ້າງຖານເກັບກຳຂໍ້ມູນການສຶກສາກ່ອນໄວຮຽນ;
- ຈັດຕັ້ງການປະເມີນຜົນການຮຽນ-ການສອນແຕ່ລະພາກຮຽນ, ປະຈຳປີທັງພາກລັດ ແລະ ເອກະຊົນ;
- ຄົ້ນຄ້ວາ ແລະ ຄັດເລືອກຕຳແໜ່ງວິຊາການຄູໂດຍສົມທົບກັບຂະແໜງການສຶກສາກ່ອນໄວຮຽນ;
- ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃນຂະແໜງເປັນປົກກະຕິ;
- ຮັບຜິດຊອບວຽກງານອື່ນຕາມການມອບໝາຍ;

ທ່ານ ລັດສະໝີ ຄຸນພະຈັນສີ
ຫົວໜ້າຂະແໜງ

ທ່ານ ສີພະຈັນ ລິນທະວົງ
ຮອງຫົວໜ້າຂະແໜງ

ທ່ານ ນາງ ຈິດສະຫວັນ ແກ້ວພິລາ
ວິຊາການ

ທ່ານ ນາງ ທອງວັນຄຳ ພອນຈະເລີນ
ວິຊາການ
