ຂະແໜງກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ

ໜ້າທີ່ຂອງຂະແໜງ

  1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບດ ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງແຜນການ ແລະ ຍຸດທະສາດຂອງພະແນກສຶກສາທິການ ແລະ ກິລາແຂວງ, ເພື່ອສ້າງເປັນແຜນພັດທະນາວຽກງານຕິດຕາມກວດສອບກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບເປັນແຕ່ລະໄລຍະ;
  2. ສ້າງແຜນການເຄື່ອນໄຫວວຽກງານກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ ພາຍໃນແຂວງ;
  3. ຄົ້ນຄວ້າ, ຜັນຂະຫຍາຍສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານຂອງຂະແໜງໃຫ້ສອດຄ່ອງກັບກົດໝາຍລະບຽບການ ແລະ ແທດເໝາະກັບສະພາບຕົວຈິງແຕ່ລະໄລຍະ;
  4. ຮັບຜິດຊອບກວດກາວຽກງານສຶກສາດ ການປະຕິບັດເນື້ອໃນຫຼັກສູດ, ການຮຽນ-ການສອນ ແລະ ການນິເທດການສຶກສາໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  5. ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດດ ວຽກຈຸດສຸມ ແລະ ກິດຈະກຳໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາພາຍໃນພະແນກສຶກສາທິການ ແລະ ກິລາແຂວງ;
  6. ສະຫຼຸບ ແລະ ລາຍງານຜົນຂອງການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດ, ວຽກຈຸດສຸມ ແລະ ກິດຈະກຳ ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈຳໄຕມາດ, ປະຈຳປີໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ;
  7. ກວດກາວຽກງານການເງີນທຸກແຫຼງລາຍຮັບ-ລາຍຈ່າຍ, ການຈັດຊື້-ຈັດຈ້າງ, ການກໍ່ສ້າງສ້ອມແປງບັນດາໂຄງການລົງທຶນຂອງລັດ, ເງີນກອງທຶນ, ເງີນກູ້ຢືມ ແລະ ເງີນຊ່ວຍເຫຼືອລ້າຂອງພາກສ່ວນຕ່າງໆທີ່ຂື້ນກັບການຄຸ້ມຄອງຂອງພະແນກສຶກສາທິການ ແລະ ກິລາແຂວງ;
  8. ສະຫຼຸບ ແລະ ລາຍງານຜົນຂອງການຕິດຕາມ ແລະ ປະເມິນຜົນການຈັດຕັ້ງປະຕິບັດຍຸດທະສາດ, ວຽກຈຸດສຸມ ແລະ ກິດຈະກຳໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາປະຈຳໄຕມາດ, ປະຈຳປີໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ;
  9. ຮັບ ແລະ ຄົ້ນຄວ້າຄຳຮ້ອງ, ຄຳສະເໜີ ຂອງພະນັກງານ-ລັດຖະກອນ ແລະ ພົນລະເມືອງທີ່ຢູ່ໃນຂອບເຂດສິດຄວາມຮັບຜິດຊອບຂອງຕົນ;
  10. ຕິດຕາມ, ກວດກາ ການປະຕິບັດນະໂຍບາຍ, ສະຫວັດດີການ ແລະ ວິໄນຕໍ່ພະນັກງານ ຄູ-ອາຈານພາຍໃນແຂວງ;
  11. ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນການກວດກາກວດສອບ;
  12. ຕິດຕາມ, ກວດກາ ພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ, ຕ້ານ ແລະ ສະກັດກັ້ນການຫຍໍ້ທໍ້ຕ່າງໆພາຍໃນແຂວງ;
  13. ນຳໃຊ້ມາດຕະຖານ, ຕົວຊີ້ບອກ, ເຄື່ອງມື, ເກນການປະເມີນ ແລະ ນິຕິກຳຕ່າງໆ ກ່ຽວກັບການປະກັນຄຸນນະພາບການສຶກສາ;
  14. ສົມທົບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງການຝຶກອົບຮົມກ່ຽວກັບການນຳໃຊ້ລະບົບປະກັນຄຸນນະພາບໃຫ້ສະຖານການສຶກສາ;
  15. ຊີ້ນຳ ແລະ ຊຸກຍູ້ວຽກງານການປະກັນຄຸນນະພາບໃນສະຖານການສຶກສາ ຕາມການແບ່ງຂັ້ນຄຸ້ມຄອງ;
  16. ຄຸ້ມຄອງຖານຂໍ້ມູນປະກັນຄຸນນະພາບການສຶກສາອີງຕາມມາດຕະຖານຄຸ້ມຄອງຂໍ້ມູນຂອງຂະແໜງ-ການສຶກສາ ແລະ ກິລາ;
  17. ຕິດຕາມ ແລະ ປະເມີນຄຸນນະພາບການສຶກສາໃນຖານການສຶກສາທັງພາກລັດ ແລະ ເອກະຊົນຕາມມາດຕະຖານທີ່ໄດ້ກຳນົດໄວ້;
  18. ຕິດຕາມດ ກວດກາ, ປະເມີນຜົນ ແລະ ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນ-ຂະແໜງເປັນປົກກະຕິ;
  19. ເປັນກອງເລຂາໃຫ້ຄະນະສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ຂັ້ນພະແນກສຶກສາທິການ ແລະ ກິລາແຂວງ;
  20. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ;
ທ່ານ
ຫົວໜ້າຂະແໜງ
ທ່ານ ນາງ ອຳໄພວັນ ສຸດາຈິດ
ຮອງຫົວໜ້າຂະແໜງ
ທ່ານ ຈັນຖາວອນ ແກ້ວສຸດາ
ວິຊາການ
ທ່ານ ແກ່ນຄຳ ແກ້ວປັນຍາ
ວິຊາການ
ທ່ານ ຈິດພິສັກ ວິລະວົງສາ
ວິຊາການ
Translate »
Scroll to Top