ຂ່າວສຶກສາ-ກິລາ
ຂ່າວສຶກສາ ແລະ ກິລາເມືອງ
ການເຄື່ອນໄຫວວຽກງານຂອງຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ ແລະ 1 ນະຄອນ ທົ່ວແຂວງຫຼວງພະບາງ
ສອນດີຮຽນເກັ່ງ
ປະຫວັດຄວາມເປັນມາ
ອົງການຈັດຕັ້ງບໍລິຫານ ແລະ ຄຸ້ມຄອງການສຶກສາ ໄດ້ປັບປຸງປ່ຽນແປງໄປຕາມແນວທາງນະໂຍບາຍການປົກຄອງແຫ່ງຊາດ. ນັບແຕ່ປີ 1975 ເຖິງປີ 1992 ອົງການຈັດຕັ້ງ ທີ່ຮັບຜິດຊອບວຽກງານສຶກສາຢູ່ຂັ້ນແຂວງ ເອີ້ນວ່າ: “ພະແນກສຶກສາແຂວງ, ກໍາແພງນະຄອນ” ຊຶ່ງມີພາລະບົດບາດຈັດຕັ້ງປະຕິບັດແນວທາງນະໂຍບາຍ ແລະ ແຜນພັດທະນາ ການສຶກສາຂອງກະຊວງສຶກສາ; ຊີ້ນຳ, ນຳພາ, ຄຸ້ມຄອງ ແລະ ພັດທະນາການສຶກສາຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ພະແນກສຶກສາແຂວງ, ກຳແພງນະຄອນ ນີ້ເປັນສ່ວນໜຶ່ງຂອງອົງການປົກຄອງແຂວງ ແລະ ພາຍໃຕ້ການຊີ້ນຳ, ນຳພາທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ຊີວິດການເປັນຢູ່ຂອງອໍານາດການປົກຄອງແຂວງ. ຕົກມາຮອດປີ 1993